ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-24 16:59:20    
ຈີນ​ໄດ້ຮັບ​ຜົນ​ສຳ​ເລັດ​ບາດ​ກ້າວ​ໃໝ່​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ

cri Author: mo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢີ​ນມີນຢື້​ປ້າວ​: ວັນ​ທີ 23 ມັງກອນ​ນີ້, ທີ່​ຢູ່​​ເພື່ອ​ຮັກສາຄວາມ​ປອດ​ໄພ​ດ້ານອິນ​ເຕີ​ເນັດທີ່​ໃຊ້​ລະບົບ​ນັບ​ເລກ​ທີ່​ຄົບ 10 ​ໄປ​ຕື່ມຫຼັກໜ້າ​ຂອງ​ຈີນ​ໄດ້​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ບາດກ້າວ​ໃໝ່​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ.

ຕາມ​​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​​ແຈ້ງວ່າ, ​ເຕັກນິກ​ອິນ​ເຕີ​ເນັດ​ທີ່​ໃຊ້​ລະບົບ​ນັບ​ເລກ​ທີ່​ຄົບ 10 ​ໄປ​ຕື່ມຫຼັກໜ້າ​ກຳ​ເນີ​ດຂຶ້ນ​ໄດ້​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ດຽວໃນ​ໂລກ ​ທີ່​ສາມາດ​ສະ​ແດງ​ຊື່​ເວັບ​ໄຊ ທີ່​ຢູ່IP ​ແລະ​ທີ່​ຢູ່MAC​ ​ໂຮມ​ເຂົ້າ​ເປັນ​ລະບົບ​ນັບ​ເລກ​ທີ່​ຄົບ 10, ​ໄດ້​ທຳລາຍ​ຖານະ​ຜູກຂາດທາງ​ອິນ​ເຕີ​ເນັດ​ຂອງ​ອາ​ເມ​ລິ​ກາ​ທີ່​​ເຮັດ​ດ້ວຍ ລະບົບ​ນັບ​ເລກ​ທີ່​ຄົບ 16 ໄປ​ຕື່ມຫຼັກໜ້າ​ນັ້ນ​ໂດຍ​ພື້ນຖານ.

ທີ່​ຢູ່​ຄວາມ​ປອດ​ໄພ​ອິນ​ເຕີ​ເນັດ​ລະບົບ​ໃໝ່​ຂອງ​ຈີນ​ນີ້ມີ​ຈຸດ​ພິ​ເສດ​ຄື: ​ໃຊ້​ລະບົບ​​ໄຈ້​ແຍກ​ຊື່​ເວັບ​ໄຊ້ອິນ​ເຕີ​ເນັດ​ທີ່​ມີ​ຊື່​ເວັບ​ໄຊຕົວ​ເລກ​ເປັນ​​ໃຈ​ກາງ, ສາມາດ​​ກົດ​​ແຕ່ຕົວ​ເລກ​ກໍ່ເຂົ້າອີນ​ເຕີ​ເນັດ​ໄດ້​ຄືໂທລະສັບ, ທັງມີ​ຄວາມ​ປອດ​ໄພ​ສູງ. ພ້ອມ​ກັນນັ້ນ, ​ຂໍ້​ມູນ​ຂ່າວສານ​​ເຄືອ​ຄ່າ​ຍຂອງ​ລະບົບ​ນີ້​ກໍ່​ສາມາດ​​​ໃຫ້​ຈີນ​​ແຈກ​ຢາຍ​ແລະ​ຄຸ້ມ​ຄອງ​ເອງ.