ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-25 17:10:59    
ໂຄງ​ການ​ເຂື່ອນ​ຊານ​ເຊຍ​ເລີ່ມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຮອບ​ດ້ານ​ໃນ​ການ​ຜະ​ລິດ​ໄຟ​ຟ້າ ປ້ອງ​ກັນ​ນ້ຳ​ຖ້ວມ​ແລະ​ການ​ຂົນ​ສົ່ງ​ທາງ​​ນ້ຳ​ຢ່າງ​ຮອບ​ດ້ານ

cri
ຕາມຂ່າວCRI:ວັນ​ທີ 25 ມັງກອນ​ນີ້  ​ເຈົ້າ​ຫນ້າ​ທີ່​ຂອງ​ບໍລິສັດ​ໃຫຍ່​ພັດທະນາ​​ໂຄງການ​ເຂື່ອນ​ຊານ​ເຊຍ​ໄດ້​ແຈ້ງ​ຂ່າວວ່າ,​ເລີ່​ມ​ແຕ່​ໂຄງການ​ເຂື່​ອນຊາ​ນ​ເຊຍ​ເຂົ້າ​ສູ່​ການຫມູນ​ເດີນ​​​ໄລຍະ​ຕົ້ນ​​​ໃນປີ 2007 ​ເປັນ​ຕົ້ນ​ມາ,​ແມ່ນດຳ​ເນີນ​ພາຍ​ໃຕ້ສະພາບທີ່​ມີ​ລະດັບ​ນ້ຳສູງ​ເຖິງ 156 ​ແມັດ,​ເລີ່​ມ​ເສີມ​ຂະຫຍາຍ​ບົດບາດ​ຜະລິດ​​ໄຟຟ້າ ປ້ອງ​ກັນ​ນ້ຳຖ້ວມແລະ​ການ​ຂົນ​ສົ່ງ​ທາງ​ນ້ຳ​ຢ່າງຮອບດ້ານ.

ຂ່າວ​ແຈ້ງວ່າ,​​ນັບ​ແຕ່ຕິດ​ຕັ້ງຫນ່ວຍ​ຈັກງວດ​ທຳ​ອິດ​ແລະ​ຜະລິດ​ໄຟຟ້າ​​ແຕ່ປີ 2003ມາ​ຮອດ​ປະຈຸ​ບັນ,​ໂຄງການ​ເຂື່ອນ​ຊານ​ເຊຍ​ແມ່​ນ້ຳ​ຢາງ​ເຊ​​ໄດ້​ຜະລິດ​ໄຟຟ້າ​ລວມຫຼາຍ​ກວ່າ 210 ຕື້ ກິ​ໂລ​ວັດ​ໂມງ.

ຫຼັງ​ຈາກ​ອ່າງ​ເກັບ​ນ້ຳ​ເຂື່ອນ​ຊານ​ເຊຍ​ໄດ້​ສະ​ສົມ​ນ້ຳ​​ຮອດ 156 ​ແມັດ​ໃນເດືອນ​ຕຸລາ​ປີ 2006​​ແລ້ວ,ອ່າງ​ເກັບ​ນ້ຳ​ດັ່ງກ່າວກໍ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ລະບົບ​ປ້ອງ​ກັນ​ນ້ຳ ຖ້ວມ​ຢູ່​ຍ່ານ​ກາງ​ແລະ​ຍ່ານ​ໃຕ້ຂອງ​ແມ່​ນ້ຳ​ຢາງ​​ເຊ.​ໃນ​ໄລຍະ​ເກີດ​ນ້ຳຖ້ວມໃນ​ປີ​ກາຍ​ນີ້,​ເຂື່ອນ​ແມ່​ນ້ຳ​ຈີ່​ງ​ເມືອງ​ຊາ​ຢູ່​ຍ່ານ​ໃຕ້​ບໍ່​ໄດ້​ສູງກວ່າ​ລະດັບ​ເຕືອນ​ນ້ຳ​ໄພຈັກ​ເທື່ອ.

ປີ2007, ປະລິມານ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ຜ່ານຝາຍ​ເຂື່ອນ​ຊານ​ເຊຍ​ໄດ້​ຫຼາຍ​ກວ່າ 60 ລ້ານ​ໂຕນ,​​ເພີ່ມຂຶ້ນ​ຫຼາຍ​ກວ່າ​ການ​ສະ​ສົມ​ນ້ຳ​ໃນ​ປີ 2003  3 ​ເທົ່າ, ພຽງ​ປີດຽວ​ໂຄງການ​ເຂື່ອນ​ຊານ​ເຊຍ​ໄດ້​ຕິດ​ຕັ້ງ​ຫນ່ວຍ​ຈັກ​ທີ່​ສາມາດ​ຜະລິດ​ໄຟຟ້າ 5 ລ້ານກິ​ໂລ​ແວັດ​ໂມງ​ເຊິ່ງ​ໄດ້ສ້າງ​ສະຖິຕິ​​ໃຫມ່​ຂອງໂລກ.