ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 17:20:55    
ຈີນ​ກ່າວ​ຢ້ຳ​ວ່າ​ສະ​ໜັບ​ສະ​ໜູນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ຈຳ​ເປັນ

cri
ຕາມ​ຂ່າວCRI,ວັນ​ທີ29​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢ້ຳວ່າ,ຈີນ​ສະໜັບສະໜູນ​ສະພາ​ຄວາມ​ໝັ້ນຄົງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ທີ່​ສົມ​ເຫດ​ສົມ​ຜົນ​ແລະ​ຈຳ​ເປັນ.

ຂ່າວ​ແຈ້ງວ່າ,​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ເລີ່​ມ​ຕົ້ນ​ແລ້ວ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ກ້າວ​ສູ່​ໄລຍະ​ໃໝ່.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ນາງ​ຈ່ຽງອີ​ກ່າວ​ວ່າ​,​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ການ​ປະຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ ບໍ່​ໄດ້​ມີ​ການ​ປ່ຽນ​ແປງ.ຈີນ​ສະ​ໜັບ​ສະ​ໜູນ​ສະ​ພາ​ຄວາມ​ໝັ້ນຄົງ​ດຳເນີນ​ການ​ປະຕິ​ຮູບ​ທີ່ສົມ​ເຫດ​ສົມ​ຜົນ​ແລະ​ຈຳ​ເປັນ,​ເພື່ອ​ຍົກ​ສູງ​ອິດ​ທິ​ພົນ​ແລະ​ປະສິດທິພາບ​ຂອງ​ສະ​ພາ​ຄວາມ​ໝັ້ນຄົງ.ຈີນ​ສະ​ໜັບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ຢູ່​ສະ​ຫະ​ປະຊາ​ຊາດ​ເຊິ່ງ​ລວມ​ທັງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໂດຍ​ຕະຫຼອດ, ​ມີ​ເຈດ​ຈຳ​ນົງ​ໃຫ້​ເພີ່ມ​ລັກ​ສະ​ນະ​ຕົວ​ແທນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟິຼກ​ກາ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ.