ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 19:43:23    
ຝ່າຍ​ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ເຊັນ​ເອ​ກະ​ສານ​ກົດ​ໝາຍ​ສາ​ກົນ​ທີ່​ປ້ອງ​ກັນ​ການ​ຊ່ວງ​ເສັງ​ກຳ​ລັງ​ລົບ​ຊັ້ນ​ອະ​ວະ​ກາດ

cri

ຕາມ​ຂ່າວCRI:ວັນ​ທີ29ມັງກອນ​ນີ້,​ໃນ​ກອງ​ປະຊຸ​ມຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ນາງ​ຈາງ​ອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ປັດຈຸບັນ,ກອງ​ປະຊຸມ​ເຈລະ​ຈາຫຼຸດ​ກຳລັງ​ລົບ​ເຊີ​ແນ​ວພວມ​ຈັດ​ຂຶ້ນ​ຢູ່,ຕາມ​ໄດ້​ຊາບ,ກອງ​ປະຊຸມ​ຈະ​ສືບ​ເນື່ອງ​ໄປ​ຮອດູ​ເດືອນ​ມີນາ.ທ່ານ​ວາງ​ຊູນ ທູດ​ຫຼຸດ​ກຳລັງ​ລົບ​ຈີນ​ປະຈຳ​​ເຊີ​ແນວ​​ໄດ້​ນຳພາ​ຄະນະ​ຜູ່​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.ຝ່າຍ​ຈີນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ,ຄັດຄ້ານ​ການຫັນ​ອະວະກາດ​ເປັນ​ອາວຸດ ​ແລະ ການ​ຊ່ວງ​ເສັງ​ກຳລັງ​ລົບ​ຊັ້ນອະວະກາດ,ຈີນ​ບໍ່​ໄດ້​​ແລະ​ຈະ​ບໍ່​​ເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ ກຳລັງ​ລົບ​ໃນ​ອະວະກາດ.ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ແລະ​ຕັ້ງໜ້າ​ຊຸກ​ຍູ້​ກອງ​ປະຊຸມ​ເຈລະຈາ​ຫຼຸດ​ກຳລັງ​ລົບ​ເຊີ​ແນວເຊັນ​ເອກະສານ​ກົດໝາຍ​ສາກົນ​ທີ່​ປ້ອງ​ກັນ​ການ​ຊ່ວງ​ເສັງກຳລັງລົບ​ຊັ້ນ​ອະວະກາດ.


ນາງ​ຈາງ​ອີ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າໃນ​ກອງ​ປະຊຸມ​​ເຈລະຈາ​ຫຼຸດ​ກຳລັງ​ລົບ​ເຊີ​ແນວ,ຈີນ​ກັບ​ຣັດ​ເຊຍ​ຈະ​ສະ​ເໜີ​ຂໍ້​ສະ​ເໜີ​ຮ່ວມ​ກ່ຽວ​ກັບການຫ້າມ​ບໍ່​ໃຫ້ຊ່ວງ​​ເສັງ​ກຳລັງ​ລົບຊັ້ນ​ອະວະກາດ​ຫຼື​ບໍ່?