ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-29 19:54:38    
ທ່ານ​ນາງ​ອູ​ອີ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ສືບ​ຕໍ່​ເຮັດ​ວຽກ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໃຫ້​ດີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປະຊຸມ​ຫົວໜ້າ​ກົມສິດ​ຊັບ​ສິນ​ທາງ​ປັນຍາ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​29​ມັງ​ກອນ​ນີ້.​ຢູ່​ທີ່​ປະ​ຊຸມ,​ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ກຳ​ໂອ​ກາດ,​ສືບ​ຕໍ່​ເຮັດ​ວຽກ​ສິດ​ຊັບ​ສິນ​ທາງ​ປັນຍາ​ໃຫ້​ດີ.

ທ່ານ​ນາງ​ອູ​ອີ​ຊີ້​ອອກ​ວ່າ,ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ເປັນ​ເວລາ30​ປີ​ມາ​ນີ້,​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຄັ້ງ​ປະ​ຫວັດ​ສາດ​ໃນ​ວຽກ​ງານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ.ປະລິມານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ເພີ່ມ​ຂຶ້ນ​ແລະ​ຄຸນ​ນະພາ​ບກໍ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,​ໝາກ​ຜົນ​ຂອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກວ້າງ​ກວາງ​ແລະ​ບັງ​ເກີດ​ຜົນ.ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ,​ໄດ້​ປົກ​ປັກ​ຮັກ​ສາ​ລະ​ບຽບ​ເສດ​ຖະ​ກິດ​ຕະ​ຫຼາດ​ທີ່​ທ່ຽງ​ທຳ,​ລະ​ບົບ​ກົດ​ໝາຍ​ກົດ​ບັນ​ຍັດ​ວ່າ​ດ້ວຍ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ບູນ​ຂຶ້ນ​ເປັນ​ກ້າວໆ.

ທ່ານ​ນາງ​ອູ​ອີ ຮຽກຮ້ອງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສ້າງ​ຄວາມ​ສາມາດ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ,​ເສີມ​ສ້າງ​ຄວາມ​ສາ​ມາດ​ປະ​ດິດ​ສ້າງ,​ນຳ​ໃຊ້ ,ປົກ​ປ້ອງ​ແລະ​ຄຸ້ມ​ຄອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຕ້ອງ​ຕັ້ງ​ໜ້າ​ບຳ​ລຸງ​ສ້າງ​ແລະ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ສິດ​ຊັບ​ສິນ​ທາງ​ປັນຍາ​ທີ່​ເຄົາ​ລົບ​ຄວາມ​ຮູ້,​ນັບ​ຖື​ການ​ປະ​ດິດ​ສ້າງ,ມີ​ຄວາມ​ສັດ​ທາ​ແລະ​ເຄົາ​ລົບ​ ກົດ​ໝາຍ.