ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-31 18:10:37    
ຈີນ​ຍິນ​ດີ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອງ​ໂລກ

cri

ຕາມ​ຂ່າວCRI:ວັນ​ທີ 30 ມັງກອນ​ນີ້ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ ທ່ານ​ຊຸ່ນເຈິ້ງໄຊ ລັດຖະມົນຕີວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ ຈີນ​ຍິນ​ດີ​ປະກອບສ່ວນ​​ຫຼາຍ ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການ​ພັດທະນາ​ກະສິກຳ​ຂອງ​ໂລກ​ແລະປັບປຸງ​ສະພາບຄວາມ​ປອດ​ໄພ​ດ້ານອາ​ຫານ​ຂອງ​ໂລກ​ໃຫ້​ດີ​ຂຶ້ນ.


ວັນ​ທີ 30 ມັງກອນ​ນີ້,ກະຊວງກະສິກຳຈີນ​ໄດ້​ຈັດ​ງານ​ລ້ຽງ​ບຸນ​ກຸດ​ຈີນ​ເພື່ອ​ເປັນ​ກຽດ​ແກ່​​ເຈົ້າ​ຫນ້າ​ທີ່​ການ​ທູດ​ປະຈຳ​ຈີນ.​ໃນ​ເວລາ​ກ່າ​ວຄຳ​ປາ​ໄສ,ທ່ານ​ຊຸ່ນ​ເຈິ້ງ​ໄຊ​ກ່າວ​ວ່າ,ຈີນ​ຍິນ​ດີພ້ອມກັນ​ທຳ​ຄວາມ​ພະຍາຍາມ​ກັບປະ​ເທດ​ຕ່າ​ງໆ​​ໃນ​ໂລກ,ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ພັດທະນາ​ກະສິກຳ​ຢ່າງ ຮອບດ້ານ,ຊ່ອຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດທະນາ​ພັດທະນາການ​ຜະລິດ​ດ້ານ​ກະ ສິກຳ​ຢ່າງ​ຕັ້ງຫນ້າ,ປັບປຸງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ສາກົນ​ຂອງ​ຜົນ​ຜະລິດ​ກະສິກຳ​​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ.


ໃນ​ງານ​ລ້ຽງ​ເທື່ອ​ນີ້,ທູຕານຸທູດ​ຂອງ​ປະ​ເທດຕ່າງໆ​ແລະ​ຜູ່​ຕາງຫນ້າ​ຂອງ​ອົງກາ​ນຈັດ​ຕັ້ງ​ສາກົນ​ປະຈຳ​ຈີນ​ໄດ້​ຍ້ອງຍໍ​ຊົມ​ເ​ຊີ​ຍຜົນສຳ​ເລັດຂອງຈີນ​ໃນດ້ານ​ກະສິກຳ​ແລະ​ການ​ພັດທະນາ​ຂອງ​ເສດຖະກິດ​ຊົນນະບົດ​ຈີນ,​ແລະ​​ແລ​ກປ່ຽນກັບ​ເຈົ້າ​ຫນ້າ​ທີ່ກະຊວງ​ກະສິກຳ​ກ່ຽວ​ກັບ​ບັນຫາ​ການ​ຄ້າຂອງ​ຜົນ​ຜະລິດ​ກະສິກຳ​ແລະ​ຄວາມ​ປອດ​ໄພ​ດ້ານ​ຄຸນນະພາ​ບ​ຢ່າງ​ກວ້າງຂວາງ.