ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-31 19:01:43    
ໄຕ້​ຫວັນ​ແລະ​ຫມູ່​ເກາະ​ນານ​ຊາ​ແມ່ນ​ພາກ​ສ່ວນ​ຫນຶ່ງ​​ຂອງ​​ຜືນ​ແຜ່ນ​ດິນ​ຈີນ​ທີ່​ຕັດ​​ແຍກ​ອອກ​ບໍ່​ໄດ້​

cri
ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ 31 ມັງກອນ​ນີ້,​ທ່ານ​ລິວ​ຈ້ຽນສາວ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວໃນ​ກອງ​ປະຊຸມ​ຂ່າວວ່າ,​ໄຕ້​ຫວັນ​ແລະ​ຫມູ່​ເກາະ​ນານ​ຊາ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ມໍ່​ຂອງມັນລ້ວນ​ແຕ່​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ຜືນ​ແຜ່ນດິນ​ຈີນ ທີ່​ຕັດແຍກ​ອອກ​ບໍ່​ໄດ້​

ມີ​ນັກ​ຂ່າວ​ຖາມ​ວ່າ:ຂ່າວ​ແຈ້ງວ່າ,ທ່ານ​ເຊີ​ນ​ສຸຍ​ປຽນ  ຜູ່​ນຳ​ເຂດ​ໄຕ້​ຫວັນ​ຈະ​ເດີນທາງ​ໄປ​ເກາະ​ທ້າຍ​ພິງໃນ​ຫມູ່​ເກາະ​ນານ​ຊາ​ໃນທ້າຍສັບປະດາ​ນີ້​,ຂໍ​ຖາມ​ວ່າ​ຝ່າຍ​ຈີນ​ມີ​ຄຳ​ວິຈານ​ຫຍັງ​ແດ່​ຕໍ່​ເລື່ອງ​ນີ້?  ທ່ານ​ລິວ​ຈ້ຽນສາວ​ກ່າວ​ຢ້ຳວ່າ,ຈີນ​ມີ​ອະທິປະ​ໄຕ​ທີ່​ໂຕ້​ຖຽງ​ບໍ່​ໄດ້​ຕໍ່​ຫມູ່​ເກາະ​ນານ​ຊາ​ແລະ​ເຂດ​ທະ​ເລ​ມໍ່ຂອງ​ມັນ,ພວກ​ຂ້າພ​ະ​ເຈົ້າ​ມີ​ຄວາມ​ຫມັ້ນ​ໃຈ​ແລະ​ມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນໃຕ້.