ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-01 18:28:31    
ແຂວງຢຸນນານຈະ​ວາງ "​ແຜນ​ການ​ທ່ອງ​ທ່ຽວ​ງານ​ກິ​ລາ​ໂອ​ລິມ​ປິກ"

cri Author: lm

ຕາມ​ຂ່າວສານ​ຈີນ: ວັນ​ທີ 1 ກຸມພາ​ນີ້, ​ເຈົ້າໜ້າ​ທີ່​ພະ​ແນ​ກທ່ອງທ່ຽວ​ແຂວງ​ຢຸນ​ນານ​ໄດ້​ກ່າວ​ຢູ່​ນະຄອນ​ຄຸນ​ມິ​ງວ່າ, ​ປີ​ນີ້ ແຂວງ​ຢຸນນານຈະ​ສະ​ເໜີ​ແຜນ​ການທ່ອງ​ທ່ຽວ​ງານ​ກິ​ລາ​ໂອ​ລິມ​ປິກ ​​ເນື່ອງ​ໃນ​ໂອກາດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງໃນ​ເດືອນ​ສິງ​ຫາ. ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 29 ຈະ​ຈັດ​ຂຶ້ນຢູ່​ທີ່ປັກ​ກິ່ງ​ໃນ​ເດືອນ​ສິງຫາ​ປີ​ນີ້, ​ເພື່ອ​ສົມ​ທົບ​ກັບ​ງານ​ກິລາ​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ແລະ​ມີ​ຜົນ​ສະທ້ອນ​ກວ້າງຂວາງ​ກວ່າ​ໝູ່​​ໃນ​ທົ່ວ​ໂລກ, ​ແຂວງ​ຢຸນ​ນານ​ຈະ​ສະ​ເໜີ​ແຜນ​ການທ່ອງ​ທ່ຽວໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.

ພາຍຫຼັງ​ເລີ່​ມດຳ​ເນີນ​ແຜນການ​ທ່ອງ​ທ່ຽວ​ງານ​ກິລາ​ໂອ​ລິ​ມປິກ, ​ແຂວງ​ຢຸນ​ນານ​ຈະ​ແຈກ​ຢາຍ "ງານ​ກິລາ​ໂອ​ລິ​ມປິກ​ຈີນ--ປັດ​ສະ​​ໂປ​ທ່ອງ​ທ່ຽວ​ແຂວງ​ຢຸນນານ" ​ໃຫ້​ນັກ​ທ່ອງ​ທ່ຽວ, ຖ້ານັກ​ທ່ອງ​ທ່ຽວ​ຖື​ປັດ​ສະ​ໂປ​ດັ່ງກ່າວ​ໄປ​ທ່ຽວ​ຢູ່​ແຂວງ​ຢຸນນານ ຈະ​ໄດ້​ຮັບ​​ລາ​ຄາ​ພິ​ເສດ. ພ້ອມ​ກັນນັ້ນ, ​ແຂວງ​ຢຸນນານ​ຍັງ​ຈະ​ຕ້ອນຮັບ​ນັກ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຊີງ​ໄດ້​ຫຼຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໂດຍ​ບໍ່​ເກັບ​ຄ່າ.