ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-07 18:32:05    
ຈີນ​ຈະ​ສ້າງ​ກົນ​ໄກ​ຍາວ​ໄກ​​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ແລະ​ຢຸກ​ຢາ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ກອງ​ປະຊຸມ​ວຽກ​ງານ​ຕິດຕາມ​ຄຸ້ມ​ຄອງ​ອາຫານ​ແລະ​ຢຸກຢາ​ທົ່ວປະ​ເທດ​ຈີນ​ລາຍ​ງານ​ວ່າ,ປີ​ນີ້ ຈີນ​ຈະເລັ່ງລັດ​ຊຸກຍູ້ການ​ສ້າງສາກົດໝາຍ​ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ຢຸກຢາ ລະບົບ​ມາດ​ຕະຖານ​ແລະ​ລະບົບ​ຄ້ຳຊູ​ທາງ​ເຕັກນິກ ລະບົບ​ໜ້າ​ທີ່​ຮັບຜິດຊອບ ​ແລະ​ຄວາມ​ສາມາດປະຕິບັດ​ງານ​ຂອງ​ພະນັກງານ,​ເພື່ອສ້າງ​ກົນ​ໄກຍາວ​ໄກ​​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ຢຸກຢາ.

​ກົມຕິດຕາມ​ຄຸ້ມ​ຄອງຄຸນ​ນະພາ​ບຂອງ​ອາຫານ​ແລະ​ຢຸກຢາ​​ແຫ່ງ​ຊາດຈີນ​ຈະ​ເລັ່ງລັດຈັດຕັ້ງ​ປະຕິບັດ"​ແຜນດຳ​ເນີນ​ງານຍົກ​ສູງ​ມາດ​ຕະຖານ​ຢຸກຢາ​​ແຫ່ງ​ລັດ",ສຳ​ເລັດ​ວຽກ​ງານ​ດັດ​ແກ້​ມາດຕະຖານ​ຄຸນ​ນະພາ​ບຂອງ​ຢຸກຢາ2ພັນຊະນິດ,ຈັດ​ວາງ​ວຽກ​ງານ​ຮຽບຮຽງ"ປຶ້ມ​ຕຳລາຢຸກຢາ​​ຈີນ"ສະບັບປີ2010,ພ້ອມ​ກັນນັ້ນ ຍັງ​ຈະ​ເພີ່ມ​ທະວີ​ການ​ສ້າງສາ​ລະບົບ​ຄ້ຳຊູ​ທາງ​ເຕັກນິກ​ຄື ກວດກາ​ຄຸນ​ນະພາ​ບຢຸກຢາ​ເປັນຕົ້ນ.