ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-09 18:39:28    
ປັກ​ກິ່ງຈະ​ກວດກາ​ຄວາມ​ປອດ​ໄພ​ຕາມ​ໝົດ​​ເສັ້ນທາງ​ລົດ​ໄຟ​ໃຕ້​ດິນ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ

cri
ຕາມ​ຂ່າວສານ​ຊີ​ນຮວາ, ນະຄອນຫຼວງ​ປັກ​ກິ່ງ​ມີ​ແຜນຈະບັນລຸ​ການ​ກວດກາ​ຄວາມ​ປອດ​ໄພ​ຕາມ​ໝົດ​​ເສັ້ນທາງ​ລົດ​ໄຟ​ໃຕ້​ດິນ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ, ​ເພື່ອ​ຮັບປະກັນ​ການ​ຂົນ​ສົ່ງ​ໂດຍສານ​ຂອງ​ລົດ​ໄຟ​ໃຕ້​ດິນ​ຢ່າ​ງປອດ​ໄພ.

ຫວ່າງ​ມໍ່ໆ​ນີ້, ຢູ່​ບາງ​ສະຖານີລົດ​ໄຟ​ໃຕ້​ດິນ​ຂອງ​ປັກ​ກິ່ງ​ໄດ້​ເລີ່​ມ​ທົດ​ລອງ​ວຽກ​ງານ​ກວດກາ​ຄວາມ​ປອດ​ໄພ. ພາກສ່ວນ​ທຸລະ​ກິດ​ລົດ​ໄຟ​ໃຕ້​ດິນ​ປັກ​ກິ່ງ​ແລະ​ຕຳຫຼວດ​ຄົມມະນາຄົມ​ສາທາລະນະ​ປັກ​ກິ່ງ​ກ່າວ​ວ່າ, ຈະ​ກວດກາ​ຄວາມ​ປອດ​ໄພ​ຕາມ​ໝົດ​​ເສັ້ນທາງ​ລົດ​ໄຟ​ໃຕ້​ດິນ​ກ່ອນຈັດ​ງານ​ກິລາ​ໂອ​ລິ​ມປິກ, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ຂົນ​ສົ່ງ​ຜູ້ໂດຍສານ​ລົດ​ໄຟ​ໃຕ້​ດິນ​ທີ່​ປອດ​ໄພ​ໃຫ້​ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ.

ປະຈຸ​ບັນ, ຈຳ​ນວນສູງ​ສຸດ​ຂອງ​ຜູ້​ໂດຍສານ​​ລົດ​ໄຟ​ໃຕ້​ດິນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ຫຼາຍ​ກວ່າ3ລ້ານ​ເທື່ອ​ຄົນຕໍ່​ມື້.