|
|
(GMT+08:00)
2008-02-11 17:28:36
|
ປີ2007ຍອດຈຳນວນສິດທິບັດທີ່ຈີນອະນຸມັດເພີ່ມຂຶ້ນຫຼາຍກວ່າປີ2006 30%
cri
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ກົມສິດຊັບສິນທາງປັນຍາແຫ່ງຊາດຈີນແຈ້ງໃຫ້ຊາບວ່າ,ປີກາຍນີ້,ກົມ ຊັບສິນທາງປັນຍາແຫ່ງຊາດຈີນໄດ້ອະນຸມັດສິດທິບັດ3ແສນ5ໝື່ນກວ່າລາຍ,ເພີ່ມຂຶ້ນຫຼາຍກວ່າປີ2006 30%ຂຶ້ນໄປ.
ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມ ຊັບສິນທາງປັນຍາແຫ່ງຊາດຈີນຊີ້ອອກວ່າ,ປີກາຍນີ້,ຈຸດພິເສດທີ່ພົ້ນເດັ່ນກວ່າໝູ່ໃນການອະນຸມັດສິດທິບັດຂອງຈີນແມ່ນຄວາມໄວເພີ່ມຂຶ້ນຂອງສິດທິບັດປະດິດສ້າງຂອງພາຍໃນປະເທດສູງກວ່າຕ່າງປະເທດ.ຄວາມຫຼຸດໂຕນກັນລະຫວ່າງຈຳນວນສິດທິບັດປະດິດສ້າງຂອງພາຍໃນປະເທດແລະຕ່າງປະເທດໄດ້ຫຼຸດໜ້ອຍລົງຕື່ມອີກ.ນີ້ສະແດງໃຫ້ເຫັນວ່າລະດັບປະດິດສ້າງເອົາເອງຂອງຈີນໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ,ລະດັບເຕັກນິກຂອງການປະດິດສ້າງໄດ້ສູງຂຶ້ນໃນລະດັບໃດໜຶ່ງ.
ສະຖິຕິສະແດງໃຫ້ເຫັນວ່າ,ນັບມາຮອດທ້າຍປີກາຍນີ້,ກົມຊັບສິນທາງປັນຍາແຫ່ງຊາດຈີນໄດ້ອະນຸມັດສິດທິບັດເກືອບ2ລ້ານ9ໝື່ນລາຍ.
|
|
|