ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-11 17:35:23    
ຈີນ​ຍົກ​ເວັ້ນ​ໜີ້​ສິນ​ທີ່​ເຖິງ​ເວ​ລາ​ກຳ​ນົດ​370​ກວ່າ​ລາຍ​ຂອງ​49​ປະ​ເທດ​

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ຂ່າວ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ນັບ​ລວມ​ແລ້ວ,ຈີນ​ໄດ້​ຍົກ​ເວັ້ນໜີ້​ສິນ​​ລັດ​ຖະບານທີ່​ເຖິງ​ເວລາ​ກຳນົດ​370ກວ່າ​ລາຍ​ຂອງ49ປະ​ເທດ​ທີ່​ທຸກ​ຍາກ​ແລະ​ດ້ອຍ​ພັດທະນາ​ທີ່​ສຸດ​​ໃນ​ອາ​ຟິຼກກາ ອາຊີພ້ອມ​ດ້ວຍພາກ​ພື້ນ ກາ​ລາ​ອິບ​ແລ​ະມະຫາ​ສະໝຸດ​ປາຊີ​ຟິກ​ໃຕ້.

ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ເລີ່​ມ​ແຕ່​ປີ1950​ເປັນຕົ້ນ​ມາ,ຈີນ​ເລີ່​ມ​ໃຫ້​ການ​ຊ່ວຍ​ເຫຼືອ​​ແກ່​ຕ່າງປະ​ເທດ.ອີງ​ຕາມ​ຄວາມ​ສາມາດ​ຂອງ​ຕົນ,​ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​3​ວິ​ທີ​ຄື​ການ​ຊ່ວຍ​ເຫຼືອ​ລ້າ,​ປ່ອຍເງິນ​ກູ້​​ໂດຍ​ບໍ່​ຈ່າຍດອກ​ເບັ້ຍ​ແລະ​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່160​ກວ່າ​ປະ​ເທດ​ໃນ​ອາ​ຟິຼກ​ກາ ອາຊີ ​ເອີ​ລົບ​ຕາ​ເວັນ​ອອກ ອາ​ເມ​ລິ​ກາ​ລາ​ຕິນ​ແລະ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້.​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ເຫຼົ່າ​ນີ້​ເພີ່ມ​ຄວາມ​ສາ​ມາດ​ພັດ​ທະ​ນາ​ດ້ວຍ​ຕົນ​ເອງ,​ໃນ​ໄລ​ຍະ​ດົນ​ນານ​ມາ​ນີ້,ລັດ​ຖະບານ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ວຽກ​ງານ​ອົບ​ຮົມ​ໃຫ້​ຕ່າງປະ​ເທດ​ຕະ​ຫຼອດ​ມາ.​ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ໄດ້​ມີ​ເຈົ້າ​ໜ້າ​ທີ່ ພະ​ນັກ​ງານ​ບໍ​ລິ​ຫານ​ແລະ​ນັກ​ວິ​ຊາ​ການ​1​ແສນ​ຄົນ​ມາຈີນ​ເຂົ້າ​ຮ່ວມ​ການ​ສຶກ​ສາ​ອົບ​ຮົມ.​ນອກ​ນີ້,​ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ປະ​ເທດ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ,​ຈີນ​ໄດ້​ສົ່ງ​ໜ່ວຍ​ປິ່ນ​ປົວ​ຊ່ວຍ​ເຫຼືອ​ໄປ​ປະ​ເທດ​ພວມ​ພັດ​ທະ​ນາ​ສ່ວນ​ໜຶ່ງ​ຕະ​ຫຼອດ​ມາ.​ນັບ​ແຕ່​ປີ​1963​ມາ​ນີ້,​ໄດ້​ສົ່ງ​ພະ​ນັກ​ງານ​ແພດ​ໝໍ​ປະ​ມານ​2​ໝື່ນ​ເທື່ອ​ຄົນ​ໄປ​65​ປະ​ເທດ​ແລະ​ເຂດ​ແຄວ້ນ.