ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-12 17:48:28    
ຈີນ​ຈະ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ອາ​ກາດ​ໃນ​ຍາມ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວສານ​ຊິນຮວາ,ຫວ່າງ​ມໍ່ໆ​ນີ້,ກົມ​ໃຫຍ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ເພື່ອ​ຮັບປະກັນ​ຄຸນ​ພາບ​ຂອງ​ອາກາດ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, 6​ເຂດ​ແຂວງ​ແລະ​ກຳ​ແພງ​ນະຄອນ​ຄື​ປັກ​ກິ່ງ​ພ້ອມ​ດ້ວຍບໍລິ​ເວນ​ອ້ອມ​ແອ້ມ​ ຄື​ນະຄອນ​ທຽນ​ສິນ​ແຂວງ​ເຮີ​ເປ ​ແຂວງ​ຊ່ານ​ຊີ ​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ​ແລະ​ແຂວງ​ຊ່ານ​ຕຸ່ງ​ຈະ​ຮ່ວມ​ມື​ຢ່າງ​ສຸດ​ຂີດ,ປັບປຸງ​ກົນ​ໄກ​ຮ່ວມ​ກັນ​ປ້ອງ​ກັນ​ໃນ​ພາກ​ພື້ນ​ໃຫ້​ສົມບູນ​ຂຶ້ນ,​ແລະ​ຜັນ​ຂະ​ຫຍາຍ​ມາດ​ຕະ​ການ​ຮັບປະກັນ​ທຸກ​ລາຍ.

ຂ່າວ​ແຈ້ງວ່າ,​ປັດ​ຈຸ​ບັນ,​ພະ​ແນກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ໄດ້​ວາງ​ຫຼາຍ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ອາ​ກາດ​ໃນ​ໄລ​ຍະ​ຈັດ​ງານ​ກິລາ​ໂອ​ລິມ​ປິກ,​ໃນ​ນັ້ນ,​ລວມ​ທັງ​ຄວບ​ຄຸມ​ຂີ້​ຝຸ່ນ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ຢ່າງ​ເຂັ້ມ​ງວດ,​ເຮັດ​ໃຫ້​ຂີ້​ຝຸ່ນ​ທີ່​ເກີດ​ຂຶ້ນ​ຕາມ​ຖະ​ໜົນ​ຫົນ​ທາງ​ນັ້ນ​ຫຼຸດ​ໜ້ອຍ​ລົງ,​ປະ​ຕິ​ບັດ​ມາດ​ຕະ​ຖານ​ການ​ລະ​ບາຍ​ອາຍ​ເສຍ​ຂອງ​ລົດ​ຍົນ​ຢ່າງ​ເຄັ່ງ​ຄັດ,​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ,​ປະ​ຕິ​ບັດ​ກົດ​ຂໍ້​ກຳ​ນົດ​ທີ່​ຈຳ​ກັດ​ການ​ແລ່ນ​ລົດ​ຢ່າງ​ເດັດ​ດ່ຽວ​ແລະ​ປະ​ຕິ​ບັດ​ໂຄງ​ການ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ອຸດ​ສາ​ຫະ​ກຳ.

ນອກ​ນີ້,​ເມື່ອ​ມີ​ອາ​ກາດ​ບໍ່​ດີ​ໜັກ,​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຍັງ​ຈະ​ປະ​ຕິ​ບັດ​ແຜນ​ການ​ຮັບ​ມື​ສຸກ​ເສີນ​ໃຫ້​ດີ.