ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-12 18:00:17    
ປີ​2007​ຜົນ​ຜະ​ລິດ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​2006 23%

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ12​ກຸມພາ​ນີ້,ສະມາຄົມອຸດສາຫະກຳ​ເຄມີ​ແລະນ້ຳມັນ​ເຊື້ອ​ໄຟ​ ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ປີ2007,ຈີນ​ຜະລິດ​ອາຍ​​​ແກັສທຳ​ມະ​ຊາດ69​ຕື້​ກວ່າ​ແມັດ​ກ້ອນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ2006 23%.

ອາຍ​ແກັສທຳ​ມະ​ຊາດ​ແມ່ນ​ພະລັງງານ​ທີ່​ສະອາດ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,​ປະ​ລິ​ມານ​ການ​ຜະ​ລິດ​ແລະ​ການ​ຈຳ​ໜ່າຍ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​10%.​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ເຄ​ມີ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ຈີນ​ຄາດ​ຄະ​ເນ​ວ່າ,​ປີ​2008,​ປະ​ລິ​ມານ​ການ​ຜະ​ລິດ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຈີນ​ຈະ​ບັນ​ລຸ​76​ຕື້​ແມັດ​ກ້ອນ.

ຂ່າວ​ແຈ້ງວ່າ,ການ​ກໍ່ສ້າງຕາໜ່າງທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ປະ​ກອບ​ຊຸດ​ເລັ່ງ​ລັດ​ໄວ​ເຂົ້າ​ນັ້ນ​ໄດ້​ຊຸກ​ຍູ້​ໃຫ້​ຈີນ​ນຳ​ໃຊ້​ອາຍ​ແກັສ​ທຳ​ມະ​ຊາດ​ໃນ​ຂອບ​ເຂດ​ກວ້າງ​ກວ່າ​ເກົ່າ​ແລະ​ມີ​ຂະໜາດ​ໃຫຍ່​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.​ຕາມ​ແຜນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂອງ​ຈີນ,​ອາຍ​ແກັສທຳ​ມະ​ຊາດ​ຈະ​ກວມ​ອັດ​ຕາ​ສ່ວນ​ຂອງ​ຍອດ​ປະ​ລິ​ມານ​ບໍ​ລິ​ໂພກ​ພະ​ລັງ​ງານ​ທີ່​ໃຊ້​ເທື່ອ​ດຽວ​ນັ້ນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ເມື່ອ​ຮອດ​ປີ​2010​ຈະ​ບັນ​ລຸ​5%​ຂຶ້ນ​ໄປ.