ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-14 17:46:13    
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ອັນ​ທີ່​ວ່າ​​ຈີນ​ດຳ​ເນີນ​ການ​ສອດ​ແນມ​ຢູ່​ອາ​ເມ​ລິ​ກາ​ແມ່ນ​ເສກ​ສັນ​ປັ້ນ​ແຕ່ງ

cri Author: da
ຕາມ​ຂ່າ​ວCRI: ວັນ​ທີ14ກຸມພາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ອັນ​ທີ່​ວ່າ​ຈີນ​ດຳ​ເນີນ​ການສອດ​ແນມຢູ່​ອາ​ເມ​ລິ​ກາ​ແມ່ນ​ເສກ​ສັນ​ປັ້ນ​ແຕ່ງ,ມີ​ຈຸດປະສົງ​​ເລິກ​ລັບ.

ວັນ​ທີ11ກຸມພາ​ນີ້ ກະຊວງ​ຍຸດຕິ​ທຳ​ອາ​ເມ​ລິ​ກາ​ປະກາດວ່າ​ໄດ້ທັບ​ມ້າງ​ຄະດີອັນ​ທີ່​ວ່າ"ສອດ​ແນມ​ຈີນ"ສອງ​ຄະດີ,ຈັບ​ໄດ້​ຜູ່​ຖືກ​ສົງ​​ໄສ4ຄົນ​ຊຶ່ງ​ລວມທັງ​ຄົນ​ຈີນ3ຄົນ,​ແລະ​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ເອົາ​ເອກະສານ​ລັບ​ຄື​ຂໍ້​ມູນ​​ເຮືອບິນ​ອະວະກາດ​ໃຫ້​ຈີນ.

​ໃນ​ເວລາ​ຕອບ​ຄຳ​ຖາມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປະລະ​ຈິນຕະນາການ​ສົງຄາມ​ເຢັນ,ຢຸດ​ເຊົາ​ການ​ຕິຕຽນ​ຢ່າງ​ບໍ່​ມີ​ເຫດຜົນ​ຕໍ່​ຈີນ.
ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,​ເລື່ອງ​ຕະຫຼົກ​​​ແບບ​ຈັບ​ເງົາ​ລົມ​ແລະ​ບໍ່​ຮັບຜິດຊອບ​ແນວ​ນີ້​ຄວນປະ​ຖິ້ມແລ້ວ.