ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-15 17:29:13    
ຈັນ​ທະ​ຄາດ​ທົດ​ສອບ​ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຂອງ​ຈີນ​ເປັນ​ເທື່ອ​ທຳ​ອິດ

cri
ຕາມ​ໜັງສືພິມ​ປັກ​ກິ່ງ​ເສິນ​ປ້າວ​ຂອງ​ຈີນ, ​ວັນ​ທີ​21​ກຸມ​ພາ​ນີ້,​ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ຈະ​ຕ້ອນ​ຮັບ​ການ​ທົດ​ສອບ​ຂອງ​ຈັນ​ທະ​ຄາດ​ເປັນ​ເທື່ອ​ທຳ​ອິດ.

ຂ່າວ​ແຈ້ງວ່າ,ຈັນທະຄາດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ21​ກຸມພາ​ນີ້​ຈະ​ດົນ​ປະ​ມານ​3​ຫາ​4​ຊົ່ວ​ໂມງ.​ເມື່ອ​ຮອດ​ເວ​ລາ​ນັ້ນ,​ທົ່ວ​ດວງ​ຈັນ​ແລະ​ດາວ​ທຽມສາງ​ເອີ​ກໍ່ຈະ​ຖືກ​ໜ່ວຍ​ໂລກ​ບັງ​ໄວ້​ບໍ່​ເຫັນ​ແສງ​ຕາ​ເວັນ.​ເນື່ອງ​ຈາກ​ວ່າ​ໃນ​ປັດຈຸບັນ,ພະລັງງານ​ທີ່​ດາວ​ທຽມ​ສາງ​ເອີ​ຕ້ອງ​ການ​ນັ້ນ​ແມ່ນມາ​ຈາກ​ພະ​ລັງ​ຕາ​ເວັນ,​ສະ​ນັ້ນ,​ໃນ​ໄລຍະ​ເກີດ​ຈັນທະ​ຄາດ,ອຸປະກອນ​ບາງ​ຢ່າງ​ໃນ​ດາວ​ທຽມ​ຈະ​ຢຸດ​ເຮັດ​ວຽກ​ຊົ່ວ​ຄາວ,​ພາຍ​ຫຼັງ​ຈັນທະຄາດ​ຜ່ານ​ໄປ​ແລ້ວ​ຈິ່ງ​ເລີ່ມ​ເຮັດ​ວຽກ​ໃໝ່.