ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-17 17:19:42    
ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ຖືກ​ໄພ​ນ້ຳ​ກ້າມ​ທຳ​ລາຍ​ໄດ້​ມີ​95,9%​ຟື້ນ​ຟູ​ການ​ຜະ​ລິດ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຜ່ານ​ຈາກ​ການ​ອອກ​ແຮງ​ສ້ອມ​ແປງ,ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທີ່​ຖືກ​ຜົນ​ກະທົບ​ຈາກ​ຕາຂ່າຍ​ໄຟຟ້າພາກ​ໃຕ້​ຈີນ​ຖືກ​ໄພນ້ຳກ້າມ​ທຳລ​າຍ​ນັ້ນ​ມີ 95,9%​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ແລ້ວ.

ນັບ​ແຕ່​ເດືອນ​ມັງກອນ​ປີ​ນີ້​ມາ,​ໃນ​ວິ​ສາ​ຫະກິດ​ອຸດສາຫະກຳ​ທີ່​ເຊົາ​ການ​ຜະ​ລິດ​ຍ້ອນ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ຖືກ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ກ້າມ​ໃນ​ຂອບ​ເຂດ​ກວ້າງ​ຂວາງ​ນັ້ນ,​ນັບ​ມາ​ຮອດ​ວັນ​ທີ16​ກຸມພາ​ນີ້,​ມີ​ວິ​ສາ​ຫະ​ກິດ​5​ໝື່ນ​ກວ່າ​ແຫ່ງ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ,​ເຊິ່ງ​ກວມ​95,9%​ຂອງ​ຍອດ​ຈຳ​ນວນ​ວິ​ສາ​ຫະກິດ​ທີ່​ເຊົາ​ການ​ຜະ​ລິດ​ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ທຳ​ມະ​ຊາດ.

ນັບ​ລວມ​ແລ້ວ,​ໄພ​ນ້ຳກ້າມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ມີ​ສາຍ​ໄຟ​ຟ້າ​7000​ສາຍ​ຕິດ​ຂັດ,​ສະ​ຖາ​ນີ​ແປງ​ໄຟ 850​ກວ່າ​ແຫ່ງ​ເຊົາ​ເຮັດ​ວຽກ,​ເມື່ອ​ໄດ້​ສ້ອມ​ແປງ​ແລ້ວ,​ສາຍ​ໄຟ​ຟ້າ​ແລະ​ສະຖານີ​ແປງ​ໄຟ 80%​ຂຶ້ນ​ໄປ​ໄດ້​ເຮັດ​ວຽກ​ຄືນ​ໃໝ່.

ອີງ​ຕາມ​ແຜນ​ການ​ຂອງ​ບໍ​ລິ​ສັດ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ,​ກ່ອນ​ທ້າຍ​ເດືອນ​ມີນາ​ປີ​ນີ້,​ວຽກ​ງານ​ສ້ອມ​ແປງ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ຈະ​ສຳ​ເລັດ​ຢ່າງ​ສິ້ນ​ເຊິ່ງ.