ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-18 14:17:06    
ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໂກ​ໂຊ​ໂວ​ປະ​ກາດ​ເປັນ​ເອ​ກະ​ລາດ​ແຕ່​ຝ່າຍ​ດຽວ

cri
ຕາມ​ຂ່າວCRI,ກ່ຽວ​ກັບ​ໂກ​ໂຊ​ໂວ​ປະກາດ​ເປັນ​ເອ​ກະ​ລາດ​ແຕ່​ຝ່າຍ​ດຽວ,​ວັນ​ທີ​18​ກຸມ​ພາ​ນີ້,​ທ່ານ​ລິວ​ຈ້ຽນ​ຊາວ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຖະ​ແຫຼງ​ຕໍ່​ສື່​ມວນ​ຊົນ​ວ່າ,​ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ເລື່ອງ​ນີ້.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,ການ​ແກ້​ໄຂ​ບັນຫາ​ໂກ​ໂຊ​ໂວ​ກ່ຽວ​ພັນ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ບານ​ກັງ,​ມາດ​ຕະ​ຖານ​ທີ່​ເປັນ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ພ້ອມ​ດ້ວຍ​ອິດ​ທິ​ພົນ​ແລະ​ບົດ​ບາດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ.​ແຕ່​ໃດ​ມາ​ຈີນ​ກໍ່​ມີ​ຄວາມ​ເຫັນ​ວ່າ,​ແຊັກ​ບີ​ແລະ​ໂກ​ໂຊ​ໂວ​ເຈ​ລະ​ຈາ​ກັນ​​ແລະ​ວາງ​ແຜນ​ການ​ທີ່​ທັງ​ສອງ​ຝ່າຍ​ຮັບ​ເອົາ​ໄດ້​ນັ້ນ​ແມ່ນ​ວິ​ຖີ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນຫາ​ໂກ​ໂຊ​ໂວ.

ທ່ານລິ​ວຈ້ຽນຊາວ​ກ່າວ​ວ່າ,​ໂກ​ໂຊ​ໂວ​ໃຊ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ,​ອາດ​ຈະ​ເກີດ​ຜົນ​ຮ້າຍ​ຕ່າງໆ,​ເຊິ່ງ​ສ້າງ​ຜົນ​ກະ​ທົບ​ທາງ​ລົບ​ອັນ​ໜັກ​ໜ່ວງ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ບານ​ກັງ​ພ້ອມ​ດ້ວຍ​ເປົ້າ​ໝາຍ​ ທີ່​ສ້າງ​ສັງຄົມ​ຫຼາຍ​ເຊື້ອ​ຊາດຢູ່​ໂກ​ໂຊ​ໂວ.​ຈີນ​ເປັນ​ຫ່ວງ​ນຳ​ເລື່ອງ​ນີ້​ຢ່າງ​ເລິກ​ເຊິ່ງ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,​ຈີນ​ຮຽກ​ຮ້ອງ​ໃຫ້​ແຊັກ​ບີ​ແລະ​ໂກ​ໂຊ​ໂວ​ຈົ່ງ​ສືບ​ຕໍ່​ເຈ​ລະ​ຈາ​ພາຍ​ໃນ​ຂອບ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ເພື່ອ​ສະ​ແຫວ​ງຫາ​ວິ​ທີ​ແກ້​ໄຂ​ອັນ​ເໝາະ​ສົມ,​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ບານ​ກັງ,​ປະ​ຊາ​ຄົມ​ໂລກ​ຄວນ​ຕັ້ງ​ໜ້າ​ສ້າງ​ເງື່ອນ​ໄຂ​ເພື່ອ​ເລື່ອງ​ນີ້.