ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-18 15:54:07    
ຈີນ​ຈະ​​ໃຊ້​ງົບ​ປະ​ມານ​300​ລ້ານ​ກວ່າ​ຢວນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປັບ​ປຸງ​ຫ້ອງ​ນ້ຳ​ຊົນ​ນະ​ບົດ​ແລະ​ກວດ​ກາ​ຄຸນ​ນະ​ພາບ​ນ້ຳ

cri Author: da
ຕາມ​ຂ່າ​ວCRI: ວັນ​ທີ18ກຸມພາ​ນີ້ ​ຢູ່​ປັກ​ກິ່ງ ທ່ານ​ເໝົາ​ຊູນ​ອ່ານ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,ປີ​ນີ້ ຈີນ​ຈະ​​ໃຊ້​ງົບປະມານ300ລ້ານກວ່າ​ຢວນ​ເພື່ອສະໜັບສະໜູນທ້ອງ​ຖິ່ນ​ດຳ​ເນີນ​ການປັບປຸງ​ຫ້ອງ​ນ້ຳ​ຊົນນະບົດ​ແລະ​ກວດກາ​ຄຸນ​ນະພາ​ບນ້ຳ.

ທ່ານ​ເໝົາຊູນ​ອ່ານ​ກ່າວ​ວ່າ,ຈີນ​ຈະ​ເນັ້ນໜັກວຽກ​ງານ​ປ່ຽນ​ແປງ​ຄຸນ​ນະພາ​ບ ນ້ຳດັດ​ແປງ​ຫ້ອງ​ນ້ຳ ຫຼຸດ​ປະລິມານຂີ້​ເຫຍື້ອ​ໃຫ້ໜ້ອຍລົງ ຫຼຸດ​ການ​ລະບາຍນ້ຳ​ເຊື່ອມ​ພິດ​ຢູ່​ຊົນນະບົດ,ພ້ອມ​ທັງ​ສ້າງ​ແລະ​ບູລະນະ​ລະບົບ​ຕິດຕາມ​ກວດກາ​ສິ່ງ​ແວດ​ລ້ອມທີ່​ມີ​ຜົນ​ຮ້າຍ​ຕໍ່ສຸຂະພາບ​ທີ່​ຖື​ຄຸນ​ນະພາ​ບນ້ຳດື່ມ​ຂອງ​ຊົນ​ນະ​ບົດ​ເປັນ​ຈຸດ​ໜັກ.

ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ແຕ່ປີ2001ມາ​ນີ້,ຈີນໄດ້ໃຊ້​ງົບປະມານ14ຕື້​ກວ່າ​ຢວນ​ເພື່ອ​ແກ້​ໄຂ​ບັນຫາ​ນ້ຳດື່ມ​ຂອງ​ປະຊາຊົນ​ຊົນນະ​ບົດ128ລ້ານ​ຄົນ,ອັດຕາ​ເປັນ​ພະຍາດ​ຕິດ​ແປດ​ຄື​ພະຍາດ​ທາງ​ເດີນ​ລະບົບ​ອາ​ຫານ​ຂອງ​ຊາວ​ກະສິກອນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ. ຈີນ​ມີ​ເປົ້າໝາຍວ່າ ຮອດ​ປີ2015,​ແກ້​ໄຂ​ບັນຫາ​ນ້ຳດື່ມທີ່​ບໍ່​ປອດ​ໄພ​ຂອງ​ຊົນນະ​ບົດ300​ລ້ານ​ຄົນໃຫ້ໄດ້ຢ່າງ​ເຖິງ​ຖອງ.