|
![](/images/spacer.gif) |
(GMT+08:00)
2008-02-18 17:51:43
|
![](/images/shim.gif) |
ປີ 2007 ໂຄງການເຂື່ອນຊານເຊຍຂອງຈີນໄດ້ເສີມຂະຫຍາຍປະສິດ ທິຜົນໃນເບື້ອງຕົ້ນຢ່າງຮອບດ້ານ
cri
ຕາມຂ່າວສານຊີນຮວາ: ປີ 2007 ໂຄງການເຂື່ອນຊານເຊຍຂອງຈີນໄດ້ເສີມຂະຫຍາຍປະສິດທິຜົນໃນເບື້ອງຕົ້ນຢ່າງຮອບດ້ານ,ບົດບາດແລະສະມັດຖະພາບໃນການປ້ອງກັນໄພນ້ຳນອງໄດ້ບັນລຸຜົນເປັນຈິງລ່ວງຫນ້າ, ປະສິດທິດພາບດ້ານການຂົນສົ່ງທາງເຮືອນັບມື້ນັບພົ້ນເດັ່ນຂຶ້ນ,ປະລິມານຜະລິດໄຟຟ້າທີ່ເພີ່ມໃຫມ່ບັນລຸ 5 ລ້ານກິໂລວັດ.
ກອງປະຊຸມວຽກງານປີ 2008 ຂອງບໍລິສັດພັດທະນາໂຄງການເຂື່ອນຊານເຊຍແມ່ນ້ຳຢາງເຊຂອງຈີນທີ່ຈັດຂຶ້ນຢູ່ເມືອງອີຊ່າງແຂວງຫູໄປຈີນແຈ້ງໃຫ້ຊາບວ່າ, ໃນໄລຍະນ້ຳມາກໃນປີ 2007,ໂຄງການເຂື່ອນຊານເຊຍໄດ້ຫລຸດກະແສນ້ຳລົງຢ່າງທັນການ, ໄດ້ຜ່ອນຄາຍແຮງກົດດັນປ້ອງກັນນ້ຳນອງຢູ່ຍ່ານກາງແລະຍ່ານໃຕ້ແມ່ນ້ຳຢາງເຊ.ອ່າງນ້ຳເຂື່ອນຊານເຊຍຍັງໄດ້ປັບປຸງຄວາມເລິກຂອງຄອງນ້ຳຢູ່ຍ່ານໃຕ້. ປີ 2007, ປະລິມານຂົນສົ່ງສິນຄ້າທີ່ຜ່ານເຂດເຂື່ອນຊານເຊຍໄດ້ກາຍ 60 ລ້ານໂຕນເປັນຄັ້ງທຳອິດ, ເພີ່ມຂຶ້ນຫລາຍກວ່າປີ 2006 10 ລ້ານໂຕນ. ປີ 2007, ເຂື່ອນໄຟຟ້າຊານເຊຍຜະລິດໄຟຟ້າໄດ້ 5 ລ້ານກິໂລວັດ,ເຊິ່ງຫລາຍກວ່າແຜນການທີ່ຄາດໄວ້ໃນປີ 2007.
|
|
|