ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-20 10:54:45    
ການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປະ​ຕິ​ບັດ​ຕາມ​ແຜນ​ຜັງ​ລວມ​ຂອງ​ຕົວ​ເມືອງ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ19​ກຸມພາ​ນີ້,ທ່ານ​ຈ່າງ​​ເຈ່ຍ​ມິ​ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ກໍ່​ສ້າງ​ນະຄອນ​ປັກ​ກິ່ງ​ໄດ້​ແຈ້ງ​ໃຫ້​ສື່​ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ຊາບ​ວ່າ,​ການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ປະ​ຕິ​ບັດ​ຕາມ​ແຜນຜັງ​ລວມຂອງ​ນະ​ຄອນ​ປັກ​ກິ່ງ,​ໄດ້​ເລັ່ງ​ລັດ​ການ​ບັນ​ລຸ​ເປົ້າ​ໝາຍ​ຜັງ​ວາດ​ຂອງ​ເຂດ​ທີ່ສະໜາມກິລາຢູ່​ນັ້ນ.



ທ່ານ​ສະຫຼຸບ​ວ່າ,ການ​ຄັດ​ເລືອກ​ທີ່ຕັ້ງຂອງ​ສະໜາມກິລາ​ ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຈຸດ​ພິ​ເສດ​3​ຂໍ້​ຄື ໜຶ່ງ,​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຢ່າງ​ເຕັມ​ສ່ວນ,​ປະ​ຢັດ​ທີ່​ດິນ,​ຫຼຸດ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ໃຫ້​ໜ້ອຍ​ລົງ,​ອັນ​ທີ​ສອງ,​ພະ​ຍາ​ຍາມ​ເລືອກ​ສ້າງ​ຢູ່​ເຂດ​ຊານ​ເມືອງ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ.​ອັນ​ສຸດ​ທ້າຍ,​ທັງ​ພິ​ຈາ​ລະ​ນາ​ເຖິງ​ການ​ປົກ​ປັກ​ຮັກສາ​ໂສມ​ໜ້າ​ເກົ່າ​ຂອງ​ຕົວ​ເມືອງ​ແລະ​ວັດ​ຖຸ​ບູ​ຮານ​ໄປ​ພ້ອມ.


ໃນ​ສະໜາມກິລາ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ31​ແຫ່ງ,ສະໜາມກິລາ​ຖາ​ວອນ​ທີ່​ສ້າງ​ໃໝ່​ມີ​ພຽງ12​ແຫ່ງ,​ໃນ​ນັ້ນ,4​ແຫ່ງ​ແມ່ນ​ຢູ່​ໃນ​ມະຫາວິທະຍາ​ໄລ​.ການ​ຄັດ​ເລືອກ​ສະ​ຖານ​ທີ່​ກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ​ໂອ​ລິ​ມປິກ​ກໍ່​ແມ່ນ​ນຳ​ໃຊ້​ສິ່ງ​ກໍ່ສ້າງ​ກິລາ,​ໂຮງ​ແຮມ ຕຶກ​ອາ​ຄານ​ທີ່​ສ້າງ​ມາ​ແຕ່​ງານ​ກິລາ​ອາຊີ​ຫຼື​ເອຊຽມ​ເກ​ມ​ເມື່ອ​ປີ1990​ນັ້ນ​ຢ່າງ​ເຕັມ​ສ່ວນ.

ປັດຈຸບັນ,ການ​ກໍ່ສ້າງ​ສະໜາມກິລາ​ ໂອ​ລິ​ມປິກ​ໃກ້​ຈະ​ສຳ​ເລັດ​ແລ້ວ,​ປະ​ຊາ​ຊົນ​15000​ຄົນ​ທີ່​ເຮືອນ​ຢູ່​ຖືກ​ສະໜາມກິລາ​ກວມ​ເອົາ​ນັ້ນ​ໄດ້​ຮັບ​ການຍົກຍ້າຍ​ແລະຈັດ​ວາງ​ຢ່າງ​ເໝາະ​ສົມ​ແລ້ວ.