ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-20 18:15:00    
ສະຫະພັນ​ການຜະລິດ​ຂອງ​ອາ​ເມ​ລິ​ກາ​ຕິ​ຕຽນ​ຂະ​ແໜງ​ການ​ເຫຼັກ​ກ້າ​ຂອງ​ຈີນ​ໄດ້​ຮັບ​​ເງິນ​ອຸດ​ໜູນ​ດ້ານ​ພະ​ລັງ​ງານ​ນັ້ນ​ແມ່ນ​ບໍ່​ຖືກ​ຕ້ອງ​ຕາມ​ຄວາມ​ເປັນ​ຈິງ​ຈັກ​ເມັດ

cri Author: mo
ຂ່າວສານ​ຊີ​ນຮວາລາຍ​ງານ​ວ່າ: ​ເພື່ອ​ແກ້​ຂ່າວ​ທີ່ສະຫະພັນ​ການ​ຜະລິດ​ຂອງອາ​ເມ​ລິ​ກາ​ຕິຕຽນ​ວ່າຂະ​ແໜງ​ການ​ຂາງ​ແລະ​ເຫຼັກກ້າ​ຂອງຈີນ​ໄດ້​ຮັບ​ເງິນ​ອຸດ​ໜູນດ້ານ​ພະລັງງານ​ຈາກ​ລັດຖະບານ​ນັ້ນ, ວັນ​ທີ 20 ກຸມພາ​ຢູ່​ທີ່​ປັກ​ກິ່ງ, ສະມາ​ຄົມການ​ຄ້າຂາ​ເຂົ້າຂາ​ອອກ​ອຸດສາຫະກຳ​ເຄມີ​ບໍ່​ແຮ່ 5 ຊະນິດຂອງ​ຈີນ​ອອກ​ຖະ​ແຫຼງການ​ຊີ້​ອອກ​ວ່າ, ການ​ກ່າວ​ຫາ​ດັ່ງກ່າວ​ນີ້​ແມ່ນ​ບໍ່​ມີຫຼັກອ້າງ​ອີງ​​ເລີຍ, ​ແລະກໍ່​ບໍ່​ຖືກຕ້ອງກັບ​ສະພາບ​ຕົວ​ຈິງ.

ສະມາ​ຄົມ​ດັ່ງກ່າວ​ຊີ້​ອອກ​ວ່າ, ຜົນ​ຜະລິດ​ຂາງ​ແລະ​ເຫຼັກກ້າ​ຈີນ​ເພີ່ມ​ຂຶ້ນ​ແລະ​ສົ່ງ​ອອກຫຼາຍຂຶ້ນ​ແມ່ນ​ຍ້ອນ​ເສດຖະກິດ​ຈີນ​ພັດທະນາ​ແລະ​ປະ​ເທດທີ່​ນຳ​ເຂົ້າຕ້ອງການຂາງ​ແລະ​ເຫຼັກກ້າ​​ເພື່ອ​ນຳ​ໃຊ້​ເຂົ້າສູ່​ການພັດທະນາ​ເສດຖະກິດຂອງ​ຕົນ; ຂາງ​ແລະ​ເຫຼັກກ້າ​ຂອງ​ຈີນ​ມີ​ຄວາມ​ສາມາດ​​ແຂ່ງຂັນ​ສູງ ກໍ່ຍ້ອນ​ຕົ້ນທຶນ​ການ​ຜະລິດ​ແລະ​ການ​ຄຸ້ມ​ຄອງຕ່ຳ, ​ແຕ່ບໍ່​ແມ່ນ​ຍ້ອນ​​ໄດ້​ຮັບການ​ອຸດ​ໜູນ​ຈາກ​ລັດຖະບານ.