ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 10:45:10    
ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ

cri Author: m
ຕາມ​ຂ່າວ CRI​: ວັນ​ທີ 20 ກຸມ​ພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ອູ​ປ່າງກົວ ປະທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຍີ່​ປຸ່ນ, ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ຊຸກ​ຍູ້​ການ​ພົວພັນ​ຈີນ​ຍີ່​ປຸ່ນ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງຍາວ​ນານ.

ໃນ​ເວລາ​ພົບ​ປະ​ຄະນະ​ຜູ້​ແທນ​ສະພາ​ສູງ​ຍີ່​ປຸ່ນທີ່​ມາ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ທີ​ 2 ຂອງ​ກົນ​ໄກ​ແລກປ່ຽນ​ເປັນ​ປະຈຳ​ລະ​ຫວ່າງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກັບ​ສະພາ​ສູງ​ຍີ່​ປຸ່ນ, ທ່ານ​ອູ​ປ່າງກົວ​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ສຳຄັນ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ຍີ່​ປຸ່ນ, ນີ້​ແມ່ນ​ປາ​ມຸກ​ລັດ​ຈີນ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ​ເທື່ອທຳ​ອິດ​ໃນ​ສະຕະວັດ​ທີ 21, ທ່ານ​ຈະຮ່ວມ​ກັນກັບ​ຜູ້ນຳ​ຍີ່​ປຸ່ນວາງ​ແຜນ​ອະນາຄົດ​ອັນ​ດີງາມ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ນີ້​ມີ​ຄວາມ​ໝາຍ​ສຳຄັນ​ແລະ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.

ທ່ານ​ອູ​ປ່າງ​ກົວ​ຫວັງ​ໃຫ້​ຈີນ​ຍີ່​ປຸ່ນສືບ​ຕໍ່​ນຳ​ໃຊ້​ກົນ​ໄກ​ແລກປ່ຽນ​ເປັນປະຈຳ​ຢ່າງ​ເຕັມ​ສ່ວນ, ປະ​ກອບ​ສ່ວນ​ອັນ​ຕັ້ງໜ້າ​ເພື່ອ​ໃຫ້ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຂະຫຍາຍຕົວ​ຢ່າງ​ດີ​ງາມ​ແລະ​ໝັ້ນ​ທ່ຽງ.