ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 16:04:40    
ເງື່ອນ​ໄຂການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ຈີນ​ດີ​ຂຶ້ນ​ຢ່າງ​​ເດັ່ນ​ຊັດ

cri Author: da
ຕາມ​ຂ່າວCRI: ວັນ​ທີ21ກຸມພາ​ນີ້ ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ​ຜົນ​ການ​ສຳ​ຫຼວດກະສິກຳ​ທົ່ວ​ປະ​ເທດ​ຄັ້ງທີ​ສອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ເງື່ອນ​ໄຂການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​​ເດັ່ນ​ຊັດ​.

ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ,ລະດັບຫັນ​ໃຊ້​ກົນ​ຈັກ​ໃນກະສິກຳ​​ຈີນສູງ​ຂຶ້ນ. ປີ2006,​ເນື້ອ​ທີ່​ໃຊ້ກົນ​ຈັກໄຖ່​ນາ​ກວມ​​ເນື້ອ​ທີ່​ດິນ​ປູກຝັງ​ເກືອບ60%.ນອກ​ນີ້,ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຊົນນະບົດ​ໃນດ້ານ​ຄົມມະນາຄົມ ການ​ສຶກສາ​ແລະ​ການ​ປິ່ນປົວ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ເງື່ອນ​ໄຊ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ກໍ​ດີ​ຂຶ້ນ​ຫຼາຍ,ທ້າຍປີ2006,ຊາວ​ກະສິກອນ99,3%ມີ​ເຮືອນ​ຢູ່​ຂອງ​ຕົນ;​ໂທລະພາບ​ສີ ​ໂທລະສັບ ຄອມ​ພິວ​ເຕີ ລົດ​ຍົນ​ແລະ​ເຄື່ອງ​ໃຊ້​ໃນ​ເຮືອນ​ປະ​ເພດຕ່າງໆ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ;ບັນຫານ້ຳດື່ມ​ຂອງ​ຊົນນະບົດ​ກໍ​ໄດ້​ດີ​ຂຶ້ນ.

ຜົນ​ການ​ສຳ​ຫຼວດຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,ທ້າຍ​ປີ2006,ຜູ່​ອອກ​ແຮງ​ງານ​ຢູ່ຊົນນະບົດ​ມີ530ລ້ານ​ຄົນ,​ໃນ​ນັ້ນ ຜູ່​ມີ​ວຽກ​ເຮັດ​ງານ​ທຳ​ກວມ90%.ຜູ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ມີ130ລ້ານ​ຄົນ.