ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 17:23:50    
ນາງ​ຄອນ​ໂດຣີຊາ ​ໄລ​ສ໌ຈະ​ຢ້ຽມ​ຢາມ​ຈີນ

cri Author: MO
ຕາມ​ຂ່າວ​CRI:ວັນ​ທີ 21 ກຸມພາ​ນີ້, ​ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລີ​ວຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈະ​ມາ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 26 ຫາ 27 ກຸມພາ​ນີ້.

ທ່ານ​ລິວຈ້ຽນຊາວ​ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ນາງ​ໄລ​ສ໌​ເທື່ອ​ນີ້​ແມ່ນ​ການ​ໄປມາຫາ​ສູ່​ກັນ​ທາງ​ການ​ທູດ​ອັນ​ສຳຄັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ. ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້, ຄາດ​ວ່າ​ສອງ​ຝ່າຍ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບຫົວ​ຂໍ້​ຕ່າງໆ​ທີ່​ສົນ​ໃຈ​ຮ່ວມ​ກັນ, ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ຕ່າງໆ​ທີ່​ຜູ້ນຳ​ທັງ​ສອງ​ປະ​ເທດ​ຕົກລົງ​ກັນ, ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງສັນລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃຫ້ຂະ​ຫຍາ​ຍ​ໄປ​ໜ້າ​ຢ່າງ​ປອດ​​ໃສ ໝັ້ນທ່ຽງ​ແລະ​ຕໍ່​ເນື່ອງ.