ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 17:30:09    
ຈີນຮຽກຮ້ອງໃຫ້ອາ​ເມ​ລິ​ກາ​ແຈ້ງ​ສະ​ພາບ​ແລະ​ຂໍ້​ມູນ​ທີ່​ຕ້ອງ​ການ​ໃນ​ການ​ຍິງ​​ດາວ​ທຽມ​ສອດ​ແນມ​ຕໍ່​ປະ​ຊາ​ຄົມ​ໂລກ​ຢ່າງ​ທັນ​ການ

cri Author: MO
ຕາມ​ຂ່າວ​​CRI: ວັນ​ທີ 21 ກຸມພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ກ່າວ​ກ່ຽວ​ກັບ​ເລື່ອງ​​ອາ​ເມ​ລິ​ກາ​ຍິງ​​ດາວ​ທຽມ​ສອດ​ແນມ​ທີ່​ບໍ່​ໃຊ້​ວຽກ​ແລ້ວ, ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​​ແຈ້ງສະພາບ​ແລະ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຢ່າງ​ທັນ​ການ​ແລະ​ວ່ອງ​ໄວ, ​ເພື່ອ​ປະ​ເທດ​ເຫຼົ່ານີ້​ຈະ​ໄດ້​ຮັບ​ຊາບ​ແລະ​ໃຊ້​ມາດ​ຕະການ​ທີ່​ເໝາະ​ສົມ.

ຫວ່າງ​ມໍ່ໆ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທະຫານ​ອາ​ເມ​ລິ​ກາ​ໄດ້​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ໃສ່​ດາວ​ທຽມສອດ​ແນມ​ຂອງ​ຕົນ​ທີ່​ບໍ່​ໃຊ້​ວຽກ​ແລ້ວໜ່ວຍ​ໜຶ່ງຢ່າງ​ສຳ​ເລັດ​ຜົນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກຸມພາ, ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ຝ່າຍ​ຈີນ​ພວມ​ສືບ​ຕໍ່ຕິດຕາມ​ການ​ກະທຳ​ດັ່ງກ່າວ​ຂອງອາ​ເມ​ລິ​ກາທີ່​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ອະວະກາດ​ຊັ້ນນອກ​ແລະປະ​ເທດ​ອື່ນ, ​ແລະຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ພັນທະ​ສາກົນ​ຢ່າງ​ແທ້​ຈິງ.