ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 17:34:46    
ເຕັກນິກອະວະກາດ​ຂອງ​ຈີນ​ນຳ​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຢ່າງ​ກວ້າງ​ຂວາງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນກອງ​ປະຊຸມ​ສະຫຼອງສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ອະວະກາດ​ຈີນ​ສ້າງຕັ້ງຂຶ້ນ​ຄົບຮອບ 40 ປີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກຸມພາ​ນີ້ຖະ​ແຫຼງວ່າ, ຜ່ານ​ການ​ພັດທະນາ​ເປັນ​ເວລາ 40 ປີ, ​ເຕັກນິກ​ອະວະກາດ​ຂອງ​ຈີນ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ຢ່າງ​ກວ້າງຂວາງ, ​ໄດ້ສົ່ງ​ເສີມ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ດ້ານ​ຕ່າງໆ​ເຊັ່ນ ການ​ຕິດຕາມ​ໄພພິບັດທາງ​ທຳ​ມະ​ຊາດ ການ​ສຳຫຼວດຊັບພະຍາກອນ​ທີ່​ດິນ​ ການ​ສື່ສານ​ແລະ​ການ​ຊີ້​ທິດ​ການບິນ​ການ​ເດີນ​ເຮືອເປັນຕົ້ນ.

ທ່ານ​ຢາງ​ປາວ​ຮວາ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ອະວະກາດ​ຈີນ​​ແຈ້ງ​ວ່າ, ປັດຈຸບັນ, ສະ​ຖາ​ບັນ​ດັ່ງກ່າວ​ໄດ້​ຄົ້ນຄວ້າ​ຜະລິດ​ແລະ​​ສົ່ງ​ດາວ​ທຽມຫຼາຍສິບ​ໜ່ວຍ, ອັດຕາ​ສຳ​ເລັດ​ຜົນ​ດ້ານການບິນ​ເຖິງ 90%.

ທ່ານ​ຢາງ​ປາວ​ຮວາ​ກ່າວ​ວ່າ, ​ເມື່ອ​ພາກ​ໃຕ້​ຂອງ​ຈີນ​ເກີດ​ໄພ​ພາຍຸ​ຫິມະ​​​ໃນ​ຂອບ​ເຂດ​ກວ້າງ​ຢູ່​ພາກ​ໃຕ້​ຂອງ​ຈີນ​ໃນ​ເດືອນ​ມັງກອນ​ນີ້​ແລ້ວ, ສູນ​ປະ​ຍຸກ​ດາວ​ທຽມ​ຊັບພະຍາກອນ​ຈີນ​ນຳໃຊ້​ດາວ​ທຽມ02Bຂອງຈີນ​ປາ​ກີ​ສະຖານ, ​ໄດ້​ຮັບ​ພາບ​ຂອງ​ເຂດ​ປະສົບ​ໄພ​ຢ່າງ​ລຽນຕິດ, ​​ແລະ​ສົ່ງ​ຂໍ້​ມູນ​ຫິມະ​ປົກ​ໃຫ້​ສູນຫຼຸດ​ໄພ​ແຫ່ງ​ຊາດ​ຢ່າງ​ທັນ​ການ, ​ໄດ້​ສະໜອງ​ຂໍ້​ມູນແກ່​ການ​ຕັດສິນ​ນະ​ໂຍບາຍຕ້ານ​ໄພ​ກູ້​ໄພ​ແລະ​ສ້າງສາ​ຄືນ​​ໃໝ່ຫຼັງປະສົບ​ໄພ.