ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 19:02:36    
ນະ​ໂຍບາຍ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຟຼິ​ກາ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​​ໂດຍ​ທົ່ວ​ໄປ​ຈາກ​ປະ​ເທດ​ອາ​ຟຼິ​ກາ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ກຸມພາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ນະ​ໂຍບາຍ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຟຼິກາ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຢ່າງ​ກວ້າງ​ຂວາງ​ຈາກ​ປະ​ເທດ​ອາ​ຟຼິກາ.

ມີນັກ​ຂ່າວ​ຖາມ​ວ່າ, ​ໃນ​ເວລາ​ທ່ານ​ຈອດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢ້ຽມຢາມ​ກາ​ນາ ທ່ານ​ເຄີຍ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ແຕ່​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ຢູ່​ອາ​ຟຼິກາ, ​ແຕ່​ອາ​ເມ​ລິ​ກາ​​ແມ່ນ​ເອົາ​ໃຈ​ໃສ່​ນຳ​ການ​ຊ່ອຍ​ເຫຼືອອາ​ຟຼິກາ, ຝ່າຍ​ຈີນ​ຕີ​ລາຄາ​ແນວ​​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ນະ​ໂຍບາຍ​ຂອງ​ຈີນ​ທີ່​ມີ​ຕໍ່​ອາ​ຟຼິກາ​ແມ່ນ​ມີ​ຄວາມ​ຮັບຜິດຊອບ. ນະ​ໂຍບາຍ​ຂອງ​ຈີນ​ແນ​​ໃສ່​ການສ້າງ​ການ​ພົວພັນ​ເສດຖະກິດ​ການ​ຄ້າທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ​ແລະກໍ່​​ແນໃສ່​ຊຸກ​ຍູ້​​ໃຫ້ອາ​ຟຼິກາ​ບັນລຸ​ສັນຕິພາບ, ຊຸກ​ຍູ້​​ໃຫ້ອາ​ຟຼິກາ​ພັດທະນາ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​​ໄດ້​ເຂົ້າຮ່ວມ​ການ​ສ້າງສາ​ອາ​ຟຼິກາ​ໃນ​ຖານະ​​ເປັນ​ໝູ່​ເພື່ອນ​ແລະ​ຜູ້​ຮ່ວມ​ມື, ນີ້​ໄດ້​ຕາງໜ້າ​​ໃຫ້​ແກ່​ຄວາມ​ປາຖະໜາຂອງ​ຜູ້ນຳ​ແລະ​ປະຊາຊົນ​ຂອງ​ປະ​ເທດ​ອາ​ຟຼິກາສ່ວນຫຼາຍ. ທ່ານ​ຫວັງ​ໃຫ້​ນະ​ໂຍບາຍ​ອາ​ຟິຼກາ​ຂອງ​ອາ​ເມ​ລິ​ກາມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ອາ​ຟຼິກາ.