ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-22 10:39:15    
ທາງ​ລົດ​ໄຟ​ທີ່​ໃຊ້​ໄຟ​ຟ້າ​ພາຍ​ໃນ​ເຂດ​ປະ​ສົບ​ໄພ​ພາກ​ໃຕ້​ຈີນ​ໄດ້​ຟື້ນ​ຟູ​ການ​ສະ​ໜອງ​ໄຟ​ຟ້າ​ຢ່າງ​ເປັນ​ປົກ​ກະ​ຕິ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ21​ກຸມພາ​ນີ້,ສູນ​ບັນຊາ​ການ​ສຸກ​ເສີນ​ກ່ຽວ​ກັບ​ຖ່ານ​ຫີນ​ໄຟ​ຟ້າ ນ້ຳມັນ​ເຊື້ອ​ໄຟ ການ​ຂົນ​ສົ່ງ​ແລະ​ຕ້ານ​ໄພ​ກູ້​ໄພ​ແຫ່ງ​ລັດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,ນັບ​ມາ​ຮອດ​ເວລາ23​ໂມງ​ຂອງ​ວັນ​ທີ20​ກຸມພາ​ນີ້​ເວ​ລາ​ປັກ​ກິ່ງ,​ທາງ​ລົດ​ໄຟ​ທີ່​ໃຊ້​ໄຟ​ຟ້າ​ພາຍ​ໃນ​ເຂດ​ຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ນັ້ນ​ໄດ້​ຟື້ນ​ຟູ​ການ​ສະ​ໜອງ​ໄຟຟ້າ​ຢ່າງ​ເປັນ​ປົກ​ກະ​ຕິ​ໝົດ​ແລ້ວ.

ນັບ​ມາ​ຮອດ​ເວລາ17​ໂມງ​ຂອງ​ວັນ​ທີ20​ກຸມພາ​ນີ້,​ສາຍ​ໄຟ​ຟ້າ​ທີ່​ຂາດ​ໄຟ​ຟ້າ​ຍ້ອນ​ໄພ​ທຳ​ມະ​ຊາດ​ໃນ​ຕາ​ຂ່າຍ​ໄຟຟ້າ​ທົ່ວ​ປະ​ເທດ​ມີ​83%​ໄດ້​ຟື້ນ​ຟູ​ປົກ​ກະ​ຕິ​ແລ້ວ,​ສະ​ຖາ​ນີ​ແປງ​ໄຟ​ກໍ່​ມີ​88%​ເຮັດ​ວຽກ​ປົກກະຕິ​ຄືນ​ແລ້ວ.

ວັນ​ທີ21​ກຸມພາ​ນີ້,ລາຄາ​ພືດ​ຜັກ​ໃນ​ທົ່ວ​ປະ​ເທດ​ໄດ້​ຫຼຸດ​ຕ່ຳ​ລົງ​ໜ້ອຍ​ໜຶ່ງ,ບາງ​ເຂດ​ຫຼຸດ​ລົງ​ຫຼາຍ​ສົມຄວນ.ລາຄາ​ຂອງສະບຽງ​ອາຫານ​ສຳ​ເລັດ​ຮູບ,ນ້ຳມັນ​ພືດ​ໃຊ້​ສຳ​ລັບ​ປຸງ​ແຕ່ງ​ອາ​ຫານ ນົມ ຊີ້ນ ​ໄຂ່ ​ແລະ​ຜະລິດ​ຕະພັນ​ນ້ຳ​ໝັ້ນ​ທ່ຽງ​ໂດຍລວມ.