ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-22 10:46:24    
ດາວ​ທຽມ"​ສາງ​ເອີ​ເລກ​ໜຶ່ງ"​ຜ່ານ​ການ​ທົດ​ສອບ​ຂອງ​ຈັນ​ທະ​ຄາດ

cri
ໜັງສືພິມ​ເຢິນມິນ​ຢື້​ປາວ​ຂອງ​ຈີນສະບັບ​ວັນ​ທີ22​ກຸມພາ​ນີ້​ແຈ້ງ​ຂ່າວ​ວ່າ, ວັນ​ທີ​21​ກຸມ​ພາ​ນີ້,​ດາວ​ທຽມ"​ສາງ​ເອີ​ເລກ​ໜຶ່ງ"​ເຊິ່ງ​ເປັນ​ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ຈັນທະຄາດຫຼື​ກົບ​ກິນ​ເດືອນ​ທີ່​ປະ​ກົດ​ໃນ​ມື້​ນັ້ນ​ແລ້ວ​ໄດ້​ບິນ​ອອກ​ຈາກ​ເຂດ​ເງົາ​ມືດ​ຢ່າງ​ສຳ​ເລັດ​ຜົນ.

ເວລາ8​ໂມງ43​ນາທີ,ດາວ​ທຽມ"​ສາງ​ເອີ​ເລກ​ໜຶ່ງ"​ຄ່ອຍໆ​ຖືກ​ເງົາ​ໜ່ວຍ​ໂລກ​ປິດ​ບັງ.​ຫຼັງ​ຈາກ​ນັ້ນ,ອຸປະກອນ​ສະໜອງ​ໄຟຟ້າ​ຂອງ​ດາວ​ທຽມ​ມີ​ແຕ່​ອາ​ໄສ​ໝໍ້​ໄຟ​ເທົ່າ​ນັ້ນ,​ແລະ​ຍັງ​ຕ້ອງ​ທົນ​ກັບ​ອຸນ​ຫະ​ພູມ​ລົບ​100​ກວ່າ​ອົງສາ.ຫຼັງ​ຈາກ​ນັ້ນ​ເກືອບ4​ຊົ່ວ​ໂມງ​ຄື​ເວ​ລາ​14​ໂມງ​10​ນາ​ທີ,​ດາວ​ທຽມ​"ສາງ​ເອີ​ເລກ​ໜຶ່ງ"​ໄດ້​ບິນ​ອອກ​ຈາກ​ເຂດ​ເງົາ​ມືດ​ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ເຢ້​ໄຜ​ຈ້ຽນ​ວິ​ສະ​ວະ​ກອນ​ທັງ​ເປັນ​ຜູ່​ບັນຊາ​ການ​ໃຫຍ່​ດາວ​ທຽມ"ສາງ​ເອີ​ເລກ​ໜຶ່ງ​"ກ່າວ​ວ່າ,​ເມື່ອ​ເບິ່ງ​ຈາກ​ສະພາບ​ການ​ຕິດຕາມ​ຄຸ້ມ​ຄອງ​ໃນ​ປັດ​ຈຸ​ບັນ​ແລ້ວ​ເຫັນ​ວ່າ,ດາວ​ທຽມ​ເຮັດ​ວຽກ​ໄດ້​ດີກ​ວ່າການ​ຄາດ​ຄະ​ເນ,ຕົວຢ່າງຄືຕາມ​ຄາດ​ຄະ​ເນ​ແຕ່​ກ່ອນ​ວ່າ​ໃຕ້​ສະ​ພາບ​ທີ່​ໜາວ​ຈັດ,ດາ​ວທຽມ​ຈະ​ສິ້ນ​ເປືອງ​ພະລັງ​ໄຟຟ້າ​ເຖິງ60%,​ແຕ່​ຕົວຈິງ​ແລ້ວ​ມີ​ແຕ່40%​ເທົ່າ​ນັ້ນ​.