ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-23 18:10:54    
ຈີນ​ປົກ​ປ້ອງ​ງານ​ກິລາ​ໂອ​ລິມ ປິກ​ປັກ​ກິ່ງ​ດ້ວຍ​ກົດ​ຫມາຍ

cri
ຕາມ​ຂ່າວສານ​ຊິນ​ຮວາ​ວັນ​ທີ 23 :​ໃນ​ຫຼາຍ​ປີ​ມາ​ນີ້,ຈີນ​ໄດ້​ວາງ​ກົດຫມາຍ​ແລະ​ກົດ​ລະບຽບ​​ຕ່າງໆ,​ເພື່ອ​ປົກປ້ອງງງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ປີ 2008.

ໃນ​ຫຼາຍ​ປີ​ມາ​ນີ້,ນະຄອນຫຼວງ​ປັກ​ກິ່ງ​ໄດ້​ວາງ​ກົດ​ລະບຽບ​ຕ່າງໆ​ເຊັ່ນ:ຂໍ້​ກຳນົດ ລະບຽບກ່ຽວ​ກັບ​ການ​ປົກ​ປ້ອງ​​ຊັບ​ສິນ​ທາງ​ປັນຍາ​​ໂອ​ລິ​ມປິກ​ແລະ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ກິດຈະກຳ​ສັງຄົມ​ຂະຫນາດ​ໃຫຍ່​ເປັນ​ຕົ້ນ.ນອກ​ນນີ້,ຍັງ​​ໄດ້ວາງ​ກົດ​ລະບຽບ​ຫຼາຍ​ສະບັບ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ກ່ຽວ​ພັນ​ເຖິງອາສາ​ສະຫມັກ ​ໂທລະ​ຄົມ​ດ້ວຍ​ວິທະຍຸ​ແລະຄວາມ​ປອດ​ໄພ​ດ້ານ​ອາຫານ​ເປັນ​ຕົ້ນ,​ແລະ​ດັດ​ແກ້ກົດ​ລະບຽບ​ທ້ອງ​ຖິ່ນ​ເຊັ່ນ:ຂໍ້​ກຳນົດ​​ຄຸ້ມ​ຄອງການທ່ອງ​ທ່ຽວ​ແລະຂໍ້ກຳນົດ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ນະຄອນ​ເປັນ​ຕົ້ນ.ນອກຈາກ​ກົດຫມາຍ​​ແລະ​ກົດ​ລະບຽບ​ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ປະກາດນັ້ນ,ຈີນ​ຍັງ​ໄດ້​ວາງ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ​ລັດ.ປີ 2002, ລັດຖະ ບານ​ໄດ້​ປະກາ​ດຂໍ້​ກຳນົດ​ກ່ຽວ​ກັບ​ການ​ປົກປ້ອງ​​ເຄື່ອງຫມາຍ​ຂອງ​ງານ​ກິ​ລາໂອ​ລິ​ມປິກ. ຫຼັງ​ຈາກ​ນັ້ນ,ກົມ​ໃຫຍ່​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ ກົມ​ໃຫຍ່​ພາສີແຫ່ງ​ຊາດ​ ກົມຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ແລະ​ພາກສ່ວນ​ລັດຖະບານ​ອື່ນໆກໍ​ໄດ້​ວາງ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ຂອງໂອ​ລິ​ມປິກ ​.