ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-24 16:22:26    
ຈີນ​ຈະ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳ​ຕົ້ນ​ຕໍ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ

cri Author: MO
ຕາມ​ຂ່າວCRI: ທ່ານ​ເຈິ່ງ​ເຜີຍ​ຢຽນ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ພິມ​ບົດ​ຄວາມ​ລົງ​ໜັງສືພິມ​ເຢິຍມິນ​ຢື້​ປ້າວ​ສະບັບ​ວັນ​ທີ 24 ກຸມພາ​ນີ້​ວ່າ, ຈີນ​ຈະ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ໃຫ້​ເປັນ​ອຸດສາຫະກຳ​ຕົ້ນຕໍ​ຂອງ​ເສດຖະກິດ​ແຫ່ງ​ຊາດ.

ບົດ​ຄວາມ​ຂຽນ​ວ່າ, ​ໃນຫຼາຍປີ​ມາ​ນີ້, ຂະ​ແໜງ​ການ​ບໍລິການ​ຂອງ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ. ປີ​ກາຍ​ນີ້, ມູນຄ່າເພີ່ມຂອງຂະ​ແໜງ​ການບໍ​ລິການ​ທົ່ວປະເທດ​ຈີນໄດ້ບັນລຸ​ເຖິງ 9,600 ຕື້​ຢວນ. ​ໃນຕໍ່ໜ້າ, ຈີນ​ຈະ​ເລັ່ງລັດ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ຕ່າງໆ​ເຊັ່ນ​ການ​ຈໍລະ​ຈອນ​ສິນຄ້າ​ທັນ​ສະ​ໄໝ ການ​ທະນາຄານ​ແລະ​ການ​ປະກັນ​ໄພ ​ແລະ​ການ​ບໍລິການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນຕົ້ນ; ​ເລັ່ງລັດ​ນຳ​ໃຊ້​ເຕັກນິກ​ທີ່​ກ້າວໜ້າ​​ແລະ​ເໝາະ​ສົມມາ​ປັບປຸງ​ຂະ​ແໜງ​ການ​ບໍລິການ​ດັ້ງ​ເດີມ; ພ້ອມ​ທັງ​ອອກ​ແຮງ​ພັດທະນາ​ຂະ​ແໜງ​ການ​ບໍລິການ​ຊົນນະບົດ.

ບົດ​ຄວາມ​ຂຽນ​ວ່າ, ອີງ​ຕາມ​ແຜນການ, ​ເມື່ອ​ຮອດ​ປີ 2020, ອັດຕາ​ສ່ວນ​ຂອງ​ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ບໍລິການ​ກວມGDPຂອງ​ຈີນ​ຈະຫຼາຍກວ່າ 50%, ອົງ​ປະກອບ​ຂອງ​ຂະ​ແໜງການ​ບໍລິການ​ຈະ​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ການ​ປະກອບ​ອາຊີບ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.