ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-24 16:39:41    
ປີ​ນີ້, ຈີນ​ຈະ​ສ້າງ​​ທາງ​ຫຼວງ​ຊົນ​ນະ​ບົດ 2 ​ແສນ 7 ໝື່ນ​ກິ​ໂລ​ແມັດ

cri Author: MO
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້, ກະຊວງ​ຄົມມະນາຄົມຈີນ​ແຈ້ງ​ຂ່າວ​ວ່າ, ປີ​ນີ້, ຈີນ​ຈະ​ສ້າງ​​ແລະ​ປັບປຸງ​ທາງ​ຫຼວງ​ຊົນນະບົດ 2 ​ແສນ 7 ໝື່ນ​ກິ​ໂລ​ແມັດ.

ຂ່າວ​ແຈ້ງວ່າ, ປີນີ້, ຈີນ​ຈະ​ເພີ່ມການ​ສະໜັບ​ສະໜູນການ​ສ້າງ​ທາງຫຼວງ​ຊົນນະບົດ​ໃນ​ເຂດ​ຊາຍ​ແດນ ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແລະ​​ເຂດ​ທຸກ​ຍາກ; ພ້ອມ​ທັງ​ເຮັດ​ໃຫ້ການ​ອະນຸມັດ​ການ​ເຂົ້າ​ໃນ​ຕະຫຼາດ​ສ້າງ​ທາງຫຼວງ​ຊົນນະບົດ​ໃຫ້​ເປັນ​ລະບຽບ​ແບບ​ແຜນ​ຕື່ມ​ອີກ, ສ້າງ​ລະບົບ​ປະກັນ​ຄຸນ​ນະພາ​ບທີ່​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ທາງຫຼວງ​ຊົນນະບົດ; ພ້ອມ​ກັນນັ້ນ ຈະ​ເພີ່ມ​ທະວີ​ການສ້າງ​ຄີວ​ລົດ​ຊົນນະບົດ, ​ເພີ່ມ​ທະວີ​ການ​ສະໜັບ​ສະໜູນດ້ານ​ນະ​ໂຍບາຍ​ຕໍ່​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ຢູ່​ຊົນນະບົດ.

ແຕ່​ປີ 2003 ​ເປັນຕົ້ນມາ, ຈີນ​ໄດ້​ດຳ​ເນີນ​ການ​ສ້າງ​ທາງຫຼວງຊົນນະບົດ​ຢ່າງ​ຂະໜາດ​ໃຫຍ່. ນັບ​ມາ​ຮອດ​ປັດຈຸບັນ, ​ໄລຍະ​ທາງ​ທັງ​ໝົດ​ຂອງ​ທາງຫຼວງຊົນນະບົດ​ຈີນ​ໄດ້​ຍາວ​ກວ່າ 3 ລ້ານ​ກິ​ໂລ​ແມັດ​ແລ້ວ.