ຕາມຂ່າວສານຊິນຮວາ:ວັນທີ 23 ກຸມພານີ້ ຢູ່ທີ່ນະຄອນຫຼວງປັກກິ່ງ,ທ່ານຢູໂຢຈຸ່ນ ລັດຖະມົນຕີຊ່ອຍວ່າການກະຊວງວັດທະນະທຳຈີນກ່າວວ່າ,ປີນີ້ ຈີນຈະເລັ່ງລັດກໍ່ສ້າງສິ່ງກໍ່ສ້າງບໍລິການວັດທະນະທຳສາທາລະນະທີ່ປົກຄຸມຕົວເມືອງແລະຊົນນະບົດ ຮັບປະກັນສິດທິຜົນປະໂຫຍດດ້ານວັດທະນະທຳພື້ນຖານຂອງປະຊາຊົນຢ່າງແທ້ຈິງ
ທ່ານຢູໂຢຈຸ່ນກ່າວວ່າ,ປີນີ້ ຈີນຈະສືບຕໍ່ປະຕິບັດໂຄງການສົ່ງປຶ້ມໄປຊົນນະບົດ, ສ້າງຕັ້ງແລະບູລະນະລະບົບປະເມີນການບໍລິ ການ ດ້ານ ວັດທະນະທຳສາທາລະນະໃຫ້ສົມບູນຂຶ້ນ,ສົ່ງເສີມກຳລັງສັມຄົມເຂົ້າຮ່ວມການບໍລິການດ້ານວັດທະນະທຳສາທາລະນະດ້ວຍຫຼາຍຮູບການຄື ສ້າງຕັ້ງວິສາຫະກິດ ບໍລິຈາກ ອຸດຫນູນແລະສະຫນອງສິ່ງກໍ່ສ້າງໂດຍບໍ່ເກັບຄ່າ.
ທ່ານຢູໂຢຈຸ່ນກ່າວວ່າ,ປີນີ້ ພາກສ່ວນທີ່ກ່ຽວຂ້ອງຍັງຈະໃຊ້ຮູບການຕ່າງໆຄືລັດຖະບານຈັດຊື້ແລະອຸດຫນູນເປັນຕົ້ນເພື່ອອຳ ນວຍການບໍລິການດ້ານວັດທະນະ ທຳໂດຍບໍ່ເກັບຄ່າໃຫ້ຂັ້ນຮາກຖານ ຊຸມຊົນທີ່ມີລາຍໄດ້ຕ່ຳແລະຊຸມຊົນພິເສດ,ຊຸກ ຍູ້ໃຫ້ສິ່ງກໍ່ສ້າງດ້ານວັດທະນະທຳສາທາລະນະຕ່າງໆເຊັ່ນ ຫໍພິພິດທະ ພັນແລະຫໍສະຫມຸດຂອງລັດເປີດຕໍ່ສັງຄົມໂດຍບໍ່ເກັບຄ່າເທື່ອລະກ້າວ
|