ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-25 15:21:15    
ທ່ານ​ເຮີ້​ກົວະ​ສຽງ​ພົບ​ປະ​ທ່ານ​ແກ້ວ​ພຸດ​ຣັດ​ສະ​ໝີ​ປະ​ທານ​ພັກ​ຟຸນ​ຊິນ​ເປັກ​ກຳ​ປູ​ເຈຍ

cri
ຕາມ​ຂ່າວCRI,ວັນ​ທີ25​ກຸມພາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຮີ້​ກົວະ​ສຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ແກ້ວ​ພຸດ​ຣັດ​ສະ​ໝີ ປະ​ທານ​ພັກ​ຟຸນ​ຊິນ​ເປັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​.ທ່ານ​ເຮີ້​ໂກ​ສຽງ​ກ່າ​ວວ່າ,ຈີ​ນຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ພັກ​ກອມ​ມູນິດ​ຈີນ​ກັບ​ພັກ​ຟຸນ​ຊິນ​ເປັກ,ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເຮີ້​ກົວະ​ສຽງ​ກ່າວ​ວ່າ,ນັບ​ແຕ່​ຈີນ​ກຳປູ​ເຈຍ​ສ້າງສາ​ຍສຳພັນ​ທາງ​ການ​ທູດ50​ປີ​ມາ​ນີ້,​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການປ່ຽນ​ແປງ​ຂອງ​ສະຖານະການ​ສາ​ກົນ,​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ.ທ່ານ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ​ກຳປູ​ເຈຍ​ຈົນ​ເທົ່າ​ໃດໆ.ພັກ​ກອມ​ມູນິດ​ຈີນ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພັກ​ຟຸນ​ຊິນ​ເປັກ​ຂອງ​ກຳ​ປູ​ເຈຍ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຂັ້ນ​ນຳ​ຊັ້ນ​ສູງ,​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ເປັນ​ຕົ້ນ.

ທ່ານ​ຣັດສະ​ໝີ​ກ່າວ​ວ່າ,ລາຊະ​ອານາຈັກກຳປູ​ເຈຍ​ແລະ​ພັກ​ຟຸນ​ຊິນ​ເປັກ​ກັບ​ລັດ​ຖະ​ບານ​ຈີນ​ແລະ​ພັກ​ກອມ​ມູນິດ​ຈີນມີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ເປັນ​ມູ​ນ​ເຊື້ອ,​ກຳ​ປູ​ເຈຍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ປະ​ຕິ​ບັດ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ພັກ​ກອມ​ມູ​ນິດ​ຈີນ.