|
 |
(GMT+08:00)
2008-02-26 10:38:11
|
ກົມຕິດຕາມຄຸ້ມຄອງອາຫານແລະຢາແຫ່ງລັດຈີນແລະພາກສ່ວນທີ່ກ່ຽວຂ້ອງກວດກາການປະກັນຄວາມປອດໄພຂອງອາຫານງານໂອລິມປິກ
cri
Author: mo
ຕາມໜັງສືພິມເຢິນມິນຢື້ປ້າວຂອງຈີນ: ແຕ່ວັນທີ 25 ຫາວັນທີ 27 ກຸມພານີ້, ກົມຕິດຕາມຄຸ້ມຄອງອາຫານແລະຢາແຫ່ງລັດຈີນຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ສົ່ງໜ່ວຍງານກວດກາ 6 ໜ່ວຍ, ເພື່ອດຳເນີນການຕິດຕາມກວດກາດັດຊະນີຄຸ້ມຄອງປະກັນຄວາມປອດໄພຂອງອາຫານງານໂອລິມປິກຂອງຕົວເມືອງເຈົ້າພາບແລະຕົວເມືອງຊ່ອຍຈັດງານກິລາໂອລິມປິກເຊັ່ນປັກກິ່ງ ຊຽງໄຮ້ ທຽນສິນ ນະຄອນຊີງຕາວ ນະຄອນເສີນຢາງ ແລະນະຄອນສິນຮວາງຕາວ.
ນັບແຕ່ກາງເດືອນທັນວາປີກາຍນີ້ຮ້ອດທ້າຍເດືອນມັງກອນປີນີ້, ກົມຕິດຕາມຄຸ້ມຄອງອາຫານແລະຢາແຫ່ງລັດຈີນໄດ້ດຳເນີນວຽກງານເກັບເອົາຕົວຢ່າງເພື່ອມາກວດກາຕໍ່ຕົວເມືອງເຈົ້າພາບແລະຕົວເມືອງຊ່ອຍຈັດງານກິລາໂອລິມປິກ, ຈາກສະພາບການເຈັບຕົວຢ່າງສັງເກດໄດ້ວ່າ, ສະພາບລວມແມ່ນໄດ້ມາດຕະຖານດີ.
|
|
|