ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-26 15:05:55    
ປະ​ລິ​ມານ​ຕູ້​ບັນ​ຈຸ​ສິນ​ຄ້າ​ທີ່​ເຂົ້າ​ອອກ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້​ຂອງ​ຈີນ​ກ້າວ​ຂຶ້ນ​ເປັນ​ທີ​ສອງ​ຂອງ​ໂລກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ25​ກຸມພາ​ນີ້,ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ອອດ​ປະ​ກາດ​ກ່ຽວ​ກັບ​ສະ​ຖິ​ຕິ​ເສດ​ຖະ​ກິດ​ທະ​ເລ​ຈີນ​2007​ໂດຍ​ຂຽນ​ວ່າ​ປີ​2007,​ປະ​ລິ​ມານ​ຕູ້​ບັນ​ຈຸ​ສິນ​ຄ້າ​ທີ່​ເຂົ້າ​ອອກ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້​ມີ​26​ລ້ານ​1​ແສນ​5​ໝື່ນ​ຕູ້​ມາດ​ຕະ​ຖານ,​ກ້າວ​ເປັນ​ອັນ​ດັບ​ທີ​ສອງ​ຂອງ​ໂລກ,​ພຽງ​ແຕ່​ຮອງ​ຈາກ​ສິງ​ກະ​ໂປ​ເທົ່າ​ນັ້ນ.

ປະກາດ​ສະຖິຕິ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ວ່າ,​ປີ​2007,​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ທ່າ​ກຳ​ປັ່ນ​ຂະ​ໜາດ​100​ລ້ານ​ໂຕນ​ໃນ​ທົ່ວ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນ​ຮອດ​14​ແຫ່ງ,​ປະ​ລິ​ມານ​ສິນຄ້າ​ແລະ​ປະລິມານ​ຕູ້​ບັນຈຸ​ສິນ​ຄ້າ​ທີ່​ເຂົ້າ​ອອກ​ທ່າ​ກຳ​ປັ່ນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ໃນ​5​ປີ​ທີ່​ຜ່ານ​ມາ.

ປະ​ກາດ​ສະ​ຖິ​ຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ​2007,​ການ​ຄ້າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທາງ​ທະ​ເລ​ແລະ​ກ່ຳ​ປັ່ນ​ ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.​ໄດ້​ສຳ​ເລັດ​ການ​ຕໍ່​ເຮືອ​ທີ່​ ບັນ​ຈຸ​ນ້ຳ​ໜັກ​ໄດ້​ຫຼາຍ​ກວ່າ​18​ລ້ານ​ໂຕນ,​ໃບ​ສັ່ງ​ຈອງ​ສິນ​ຄ້າ​ເປັນ​ທີ​ໜຶ່ງ​ໃນ​ໂລກ,​ບັນ​ຈຸ​ນ້ຳ​ໜັກ​ຫຼາຍ​ກວ່າ​70​ລ້ານ​ໂຕນ.