ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-26 18:40:12    
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ອາ​ເມ​ລິ​ກາ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ສົນ​ທະ​ນາ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ສອງ​ຝ່າຍ

cri Author: d
ຕາມ​ຂ່າວCRI​:ວັນ​ທີ26ກຸມພາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ການ​ເຈລະຈາ​ມື້​ດຽວ​ກັນ​ລະຫວ່າງ​ທ່ານ​ຢາງ​ເຈ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກັບ​ທ່ານ​ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ,ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ການ​ຟື້ນຟູການ​ສົນທະນາ​ສິດ​ທິມະນຸດ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ການ​ເຈລະຈາ​ຈະ​ຈັດ​ໃນ​ເວລາໃດ,ສອງ​ຝ່າຍ​ຈະ​ຫາລື​ກັນ​ໂດຍ​ຜ່ານຈາກ​ຊ່ອງ​ທາງ​ການ​ທູດ.ກ່ຽວ​ກັບ​ບັນຫາ​ສ້າງສາ​ຍດ່ວນ​ທາງ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,ທ່ານ​ກ່າວ​ວ່າສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ໂດຍ​ຕະຫຼອດ,ຝ່າຍ​ຈີນ​ຫວັງ​ໃຫ້​ສອງ​ຝ່າຍ​​ເຊັນ​ສັນຍາ​ທີ່​ກ່ຽວຂ້ອງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.