ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-26 18:56:51    
ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ພົບ​ປະ​ທ່ານ​ນາງ​​ໄລ​ສ໌ ລັດ​ຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ

cri Author: cai
ຕາມຂ່າວCRI:ວັນ​ທີ 26 ກຸມພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ນາງ​ໂຄນ​​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​​ເມ​ລິ​ກາ.

ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ,ຈີນ​ກັບ​ອາ​ເມລິ​ກາ​ຄວນເບິ່ງ​ໄປ​ທາງ​ໄກ,ພະຍາຍາມ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ທາງ​ດ້ານ​ຍຸດ​ທະ​ສາດ,​ແກ້​​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກຍູ້​ໃຫ້​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ ປອດ​ໄສ​ແລະໜັກ​ແໜ້ນ.

ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ,ການ​ພົວພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ທ່ວງທ່າ​ພັດທະນາ​ທີ່​ຕັ້ງໜ້າ,ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະວີ​ການຮ່ວມ​ມື​ກັບ​ຈີນ,ຊຸກຍູ້​ການ​ແກ້​ໄຂ​ບັນຫາຕ່າງໆ​ໃນ​ໂລກ.

ມື້​ດຽວ​ກັນ,ທ່ານ​ຢາງ​ເຈຍ​ຊື ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ໄດ້​ເຈລະ​ຈາ​ກັບ​ທ່ານ​ນາງ​ໄລ​ສ໌,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແລະ​ບັນຫາ​ສາກົນ​ແລະພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ,​ແລະ​ໄດ້ບັນລຸ​ຄວາມ​ເປັນ​ເອກະ​ພາບຢ່າງ​ກວ້າງຂວາງ.ທ່ານ​ນາງ​ໄລ​ສ໌ກ່າວ​ຢ້ຳວ່າ,ອາ​ເມ​ລິ​ກາ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈັດ"ການ​ປ່ອນ​ບັດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ".ຍ້ອງຍໍ​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ບັນຫາ​ດາ​ຟູ​ແລະ​ອື່ນໆ,​ແລະຄັດຄ້ານ​ການ​ເອົາ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫັນ​ເປັນ​ບັນຫາ​ການ​ເມືອງ.ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍແຫຼມ​ເກົາຫຼີ,ທ່ານ​ນາງ​ໄລສ໌ກ່າວ​ວ່າ,ອາ​ເມ​ລິ​ກາ​ຮູ້ສຶກ​ດີ​ໃຈ​ຕໍ່​ການ​ຄືບ​ໜ້າ​ທີ່​ໄດ້​ຮັບ​ໃນ​ຂະ​ບວນການ​ປອດ​ນີວ​ເຄຼຍຢູ່​ແຫຼມ​ເກົາຫຼີ,​ແລະ​ຈະ​ສືບ​ຕໍ່​ຮ່ວມ​ກັນກັບ​ຈີນ ສ.ປ.ປ.​ເກົາຫຼີ​ແລະ​ຝ່າຍ​ອື່ນໆ​ຊຸກຍູ້​ຂະ​ບວນການ​ດັ່ງກ່າວ.