ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-26 21:01:11    
ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ ຈີນ​ອາ​ເມ​ລິ​ກາ​ຄວນ​ຍຶດ​ໝັ້ນ​ທິດໃຫຍ່​ທີ່​ຂະຫຍາຍ​ການ​ຮ່ວມ​ມືທີ່ມີ​ລັກ​ສະນະ​ສ້າງ​ສັນ

cri Author: cai

ຕາມ​ຂ່າວCRI:ວັນ​ທີ 26 ກຸມພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ໂຄນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຈີນ,​ໃນ​ການ​ພົບ​ປະ,ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ປີ​ນີ້​ແມ່ນ​ປີ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ,ຈີນ​ອາ​ເມ​ລິ​ກາ​ຄວນ​ຍຶດໝັ້ນ​ທິດໃຫຍ່​ທີ່​ຂະຫຍາຍ​ການ​ຮ່ວມ​ມືທີ່ມີ​ລັກສະນະ​ສ້າງສັນ.

ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນກັບ​ອາ​ເມ​ລິ​ກາ,ທຳ​ຄວາມ​ພະຍາຍາມກຳກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈາກ​ດ້ານ​ຍາວ​ໄກ​ແລະ​ລະ​ດັບ​ຍຸດ​ທະ​ສາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ເປີດ​ກວ້າງ​ຄວາມ​​ເຫັນທີ່ເປັນ​ເອກະ​ພາບ​ກັນ​ແລະ​ການ​ຮ່ວມ​ມື,​ແກ້​ໄຂ​ຄວາມສົນໃຈດ້ານ​ຜົນ​ປະ​ໂຫຍ​ດທີ່​ສຳຄັນຂອງ​ໃຜລາວ​ຢ່າງ​ເໝາະ​ສົມ,​ໂດຍ​ສະ​ເພາະ​ແມ່ນ​​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ຢ່າງ​ລະມັດລະວັງ,ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ,ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຫຼັກ​ໝັ້ນ​ຫຼາຍ​ເທື່ອ​ໃນ​ບັນຫາ​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຊຸກຍູ້"ການ​ປ່ອນ​ບັດ​ທົ່ວ​ປວງ​ຊົນກ່ຽວ​ກັບ​ການ​ເຂົ້າ​ເປັນສະມາຊິກສະຫະ​ປະຊາ​ຊາດ",​ເຫັນ​ວ່າ,ບໍ່​ຄວນ​ຈັດການ​ປ່ອນ​ບັດ​ດັ່ງກ່າວ.ທ່ານ​ນາງ​ຍັງ​ກ່າວ​ວ່າ,ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ພື້ນຖານ​ທີ່​ດີ,ການ​ຮ່ວມ​ມື​ລະຫວ່າງ​ສອງຝ່າຍ​ແລະ​ຫຼາຍ​ຝ່າຍ​ໄດ້ຮັບຜົນ​ຫຼາຍ.ອາ​ເມ​ລິ​ກາ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ພະຍາຍາມ​ຢ່າງ​ຕັ້ງໜ້າ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ເຊັ່ນ​ບັນຫາ​ດາ​ຟູ​ເປັນ​ຕົ້ນ,ຫວັງ​ໃຫ້​ຈີນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນການແກ້​ໄຂ​ບັນຫາທີ່​ກ່ຽວຂ້ອງ.