ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-27 10:05:12    
ນາງ​​ໄລສ໌​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 27 ກຸມພາ​ນີ້, ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຈີນ​ທີ່​ເປັນ​ເວລາ 2 ວັນ, ​ແລ້ວເດີນທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​ຍີ່​ປຸ່ນ.

ນາງ​ໄລສ໌​​ມາ​ຢ້ຽມຢາມ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຢາ​ງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ. ​ໃນ​ໄລຍະ​ຢ້ຽມຢາມ​ປັກ​ກິ່ງ, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ, ​ແລະ​ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​​ໄດ້​​​ແຍກ​​ພົບ​ປະ​ນາງ​ໄລ​ສ໌, ທ່ານ​ຢາງ​ເຈ​ສື​ໄດ້​ພົບ​ປະ​ເຈລະຈາ​ກັບ​ນາງ​ໄລ​ສ໌. ສອງ​ຝ່າຍຈີນ​ອາ​ເມ​ລິ​ກາ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ຂອງສອງ​ປະ​ເທດ ບັນຫາ​ໄຕ້​ຫວັນ ​ແລະ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ.

ໃນ​ການ​ພົບ​ປະ​​ເຈລະຈາ, ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌​ໄດ້​ກ່າວ​ຢ້ຳຫຼາຍ​ເທື່ອ​ກ່ຽວ​ກັບຫຼັກໝັ້ນ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ໄຕ້​ຫວັນ. ສະ​ແດງ​ວ່າ ອາ​ເມ​ລິ​ກາ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​"ຈັດການຢັ່ງປຊາມະຕິ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ", ຄັດຄ້ານ​ການ​ປ່ຽນ​ແປງ​ສະພາບ​ປັດຈຸບັນ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແຕ່​ຝ່າຍ​ດຽວ. ​ໄຕ້​ຫວັນຈັດການ"ຢັ່ງປະຊາມະຕິ​ເຂົ້າຮ່ວມ​ສະຫະ​ປະຊາ​ຊາດ"ບໍ່​ມີຜົນ​ດີ​ຕໍ່​ຝ່າຍ​ໃດ, ແລະກໍ່​ບໍ່​ຄວນ​ຈັດ​ຂຶ້ນ.