ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-27 18:38:38    
ຈີນ​ຮັບປະກັນໃຫ້​ເດັກ​ນ້ອຍ​ຊົນ​ນະ​ບົດ​ທີ່​ພໍ່​ແມ່​ເຮັດ​ວຽກ​​ໃນ​ຕົວ​ເມືອງ ມີ​ໂອ​ກາດ​ຮັບ​ການ​ສຶກ​ສາ​ພາກ​ບັງ​ຄັບ

cri Author: d
ຕາມ​ຂ່າວCRI: ວັນ​ທີ27ກຸມພາ​ນີ້ ​ຢູ່​ປັກ​ກິ່ງ ​ສະຫະພັນ​ແມ່ຍິງ​ແຫ່ງ​ຊາດ​ຈີນປະກາດບົດ​ລາຍ​ງານ​ສະບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນຮັບປະກັນໃຫ້​ເດັກນ້ອຍຊົນນະບົດ​ທີ່​ພໍ່​ແມ່​ເຮັດ​ວຽກ​​ໃນຕົວ​ເມືອງ ມີໂອກາດຮັບ​ການ​ສຶກສາ​ພາກ​ບັງຄັບ​.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເດັກນ້ອຍຊົນນະບົດ​ທີ່​ພໍ່​ແມ່​ເຮັດ​ວຽກ​​ໃນຕົວ​ເມືອງ92%ຂຶ້ນ​ໄປ​ໄດ້ຮັບ​ການ​ສຶກສາ​ພາກ​ບັງຄັບ​,​ແຕ່​ເດັກນ້ອຍ​ຊົນນະບົດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ທີ່​ພໍ່​ແມ່ນ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຮັບ​ການ​ສຶກສາ​ບໍ່​ຫຼາຍ​ປານ​ໃດ.ບົດ​ລາຍ​ງານ​ຮຽກຮ້ອງ​ວ່າ,ຕ້ອງ​ເພີ່ມ​ທະວີ​ບົດບາດ​ຊີ້​ນຳ​ຂອງ​ລັດຖະບານ,ສ້າງ​ກົດໝາຍ​ເພື່ອ​ເພີ່ມ​ທະວີ​ການ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ເດັກນ້ອຍ​ຊົນນະບົດ​ທີ່​ພໍ່​ແມ່ນ​ເຮັດ​ວຽກ​ໃນ​ຕົວ​ເມືອງ​.

ຢູ່​ຈີນ​ມີຊາວ​ກະສິກອນ​​ຮ້ອຍ​ລ້ານ​ຄົນ​ໄປ​ເຮັດ​ວຽກ​​ໃນ​ຕົວ​ເມືອງ​ເປັນ​ເວລາ​ຍານ​ນານ,ຈຶ່ງ​ເກີດ​ມີ​ກຸ່ມ​ຄົນ​ພິ​ເສດ ນັ້ນກໍ​ຄື ​ເດັກນ້ອຍຊົນນະບົດ​ທີ່​ພໍ່​ແມ່​ບໍ່​ຢູ່​ນຳ. ປະຈຸ​ບັນ ​ເດັກນ້ອຍ​ປະ​ເພດນີ້​ຂອງ​ຈີນ​ມີ​ປະມານ40ລ້ານ​ຄົນ.