ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 13:39:46    
ນະ​ຄອນ​ຫຼວງ​ປັກ​ກິ່ງ​ຄວບ​ຄຸມ​ມົນ​ລະ​ພິດ​ທາງ​ອາ​ກາດ​ຢ່າງ​ເຂັ້ມ​ງວດ

cri
ຕາມ​ຂ່າວCRI:ວັນ​ທີ 27 ກຸມພາ​ນີ້ ທ່ານ​ຕູ້​ຊ້າ​ວຈົ່ງ ຮອງ​ຫົວຫນ້າ​ພະ​ແນ​ກ ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ນະຄອນຫຼວງ​ປັກກິ່ງ​ໄດ້​ກ່າວ​ວ່າ,ປີ​ນີ້ ນະຄອນຫຼວງ​ປັກກິ່ງ​ຈະ​ໃຊ້​ມາດ​ຕະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ເຄັ່ງ​ຄັດ​ກວ່າ​ເກົ່າ,ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃຫ້​ຫນ້ອຍ​ລົງ,ປັບປຸງ​ຄຸນ​ນະພາ​ບອາກາດ​ໃນ​ຫມົດ​ປີ​ນີ້ ​ເຮັດ​ໃຫ້​ຈຳນວນ​ມື້​ທີ່​ຄຸນ​ນະພາ​ບອາກາດ​ດີ​ໃນ​ຫມົດ​ປີ​ນີ້​ບັນ​ລູ​ເຖິງ 70%.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼ​ງຂ່າວ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທ່ານ​ຕູ້​ຊ້າ​ວຈົ່ງກ່າວ​ວ່,ນະຄອນຫຼວງ​ປັກ​ກິ່ງ​ຈະ​ປະຕິບັດ​ມາດ​ຕະການ​ຄວບ​ຄຸມການລະບາຍ​ຄວັນ​ຂອງ​ລົດຍົນ​ທີ່​ຄື​ກັນ​ກັບ​ມາດ​ຕະການ​ຂອງ​ເອີ​ລົບ​ນັບ​ເລີ່​ມ​ເດືອນ​ມີນາ​ເປັນ​ຕົ້ນ​ໄປ,ຈະ​ສຳ​ເລັດ​ການ​ປັບປຸງ​ແລະ​ເຊົາ​ໃຊ້​ລົດຍົນ​ຫຼາຍ​ພັນ​ພັນ​ທີ່​ລະບາຍ​ຄັວນກ່ອນ​ເດືອນ​ມິ​ຖຸນາປີ​ນີ້,​ແລະ​ຢຸດ​ການ​ຜະລິດ​ຂອງ​ວິ​ສາ​ຫະກິດ​ແລະ​ສິ່ງ​ກໍ່ສ້າງຈຳນວນ​ຫນຶ່ງ​ທີ່​ລະບາຍ​ມົນ​ລະ​ພິດ​ຫຼາຍ,ນອກ​ນີ້ ຍັງ​ຈະ​ເພີ່ມ​ການ​ຄວບ​ຄຸມມົນ​ລະ​ພິດ​ຂີ້ຝຸ່ນ​ຢູ່​ສະຖານ​ທີ່​ກໍ່ສ້າງ​ຫຼາຍ​ກວ່າ​ເກົ່າ,ຕາມ​ການ​ຄາດ​ວ່າ​ໃນ​ເບື້ອງຕົ້ນ  ມາດ​ຕະການ​ເຫຼົ່າ​ນີ້​ຈ​ະ​ເຮັດ​​ໃຫ້​ປະລິມານ​ການ​ລະບາຍ​ມົນ​ລະ​ພິດ​ຕົ້ນຕໍ​ຄື ມົນ​ລະ​ພິດ​ທີ່​ສາມາດ​ດູດ​ເອົາ​ແລະ​ຊຸນ​ເຟີ​ດີ​ອອກ​ສິດ​ໃຫ້​ຫນ້ອຍ​ລົງ 5 ຫມື່ນ​ໂຕນ