ຕາມຂ່າວCRI,ເມື່ອໄດ້ສຳຫຼວດແລະວິໃຈແລ້ວ,ວັນທີ28ກຸມພານີ້,ຕຳຫຼວດຈີນໄດ້ປະກາດຕໍ່ພາຍນອກວ່າ,ເຫດການ ຂະໜົມກ້ຽວທີ່ຈີນສົ່ງຂາຍໃຫ້ຍີ່ປຸ່ນມີພິດນັ້ນບໍ່ແມ່ນເຫດການຄວາມປອດໄພຂອງອາຫານທີ່ເກີດຂຶ້ນຍ້ອນບັນຫາຢາປາບສັດຕູພືດຕົກຄ້າງ,ແຕ່ແມ່ນຄະດີລາຍໜຶ່ງທີ່ຄົນກໍ່ຂຶ້ນ,ແລະການໃຊ້ຢາພິດເມຕາມີໂດຟົສຢູ່ຈີນນັ້ນແມ່ນມີຄວາມອາດເປັນໄປໄດ້ໜ້ອຍທີ່ສຸດ.
![]( /mmsource/images/2008/02/28/sfjsienei1.jpg)
ວັນທີ28ກຸມພານີ້,ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດງານຖະແຫຼງຂ່າວ ແຈ້ງສະພາບຄືບໜ້າຂອງເຫດການຂະໜົມກ້ຽວ
ພາຍຫຼັງເຫດການນີ້ເກີດຂຶ້ນແລ້ວ,ກົມໃຫຍ່ຕິດຕາມກວດກາຄຸນນະພາບແຫ່ງຊາດຈີນໄດ້ສຳຫຼວດກວດກາ ໂຮງງານຜະລິດອາຫານທຽນຢາງເຮີເປທີ່ຜະລິດຂະໜົມກ້ຽວໃນຄະດີແລະໄດ້ກວດກາຂະໜົມກ້ຽວຕົວຢ່າງທີ່ເອົາຄືນຈາກຍີ່ປຸ່ນ.ກະຊວງປ້ອງກັນຄວາມສະຫງົບຂອງຈີນກໍ່ໄດ້ດຳເນີນການສຳຫຼວດໂຮງງານຜະລິດຂະໜົມກ້ຽວດັ່ງກ່າວເຊິ່ງໄດ້ກວດກາວັດຖຸດິບ,ຂັ້ນຕອນການຜະລິດ,ຂັ້ນຕອນການຂົນສົ່ງແລະພະນັກງານສຳຄັນແລະຫຼັກຖານທີ່ ກ່ຽວຂ້ອງ,ແຕ່ບໍ່ ພົບວ່າມີຢາປາບສັດຕູພືດຕົກຄ້າງຢູ່ໃນຂະໜົມກ້ຽວ.
![]( /mmsource/images/2008/02/28/wodjsiensiee1.jpg)
ທ່ານຢູຊິນມິນ ຕອບຄຳຖາມຂອງນັກຂ່າວໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ28ກຸມພານີ້
ທ່ານຢູຊິນມິນ ຮອງຫົວໜ້າກົມສືບສວນທາງອາຍາຂອງກະຊວງປ້ອງກັນຄວາມສະຫງົບຈີນກ່າວວ່າ,ຍ້ອນວ່າສະຖານທີ່ເກີດເຫດ,ຂະໜົມກ້ຽວທີ່ມີພິດແລະຫຼັກຖານທີ່ກ່ຽວຂ້ອງລ້ວນແຕ່ຢູ່ຍີ່ປຸ່ນ,ໜ່ວຍງານຂອງກະຊວງປ້ອງກັນຄວາມສະຫງົບຈີນເຄີຍໄປຍີ່ປຸ່ນແລ້ວໄດ້ປຶກສາຫາລືກັບຕຳຫຼວດຂອງຍີ່ປຸ່ນຢ່າງເປັນເຈົ້າການ.ແຕ່ຍີ່ປຸ່ນບໍ່ເຫັນດີນຳຄວາມຮຽກຮ້ອງຂອງຈີນທີ່ໄປກວດກາສະຖານທີ່ເກີດເຫດ,ຫຼັກຖານທີ່ກ່ຽວຂ້ອງແລະກວດກາຂໍ້ສະຫຼຸບສຳຫຼວດ,ຈີນສະແດງຄວາມເສຍດາຍຢ່າງເລິກເຊິ່ງຕໍ່ເລື່ອງນີ້.ຈີນຫວັງວ່າ,ສອງຝ່າຍຈີນແລະຍີ່ປຸ່ນສາມາດຮ່ວມມືກັນຢ່າງຈິງໃຈ,ກວດກາຄວາມຈິງຂອງເຫດການໂດຍໄວເທົ່າທີ່ຈະໄວໄດ້ເພື່ອໃຫ້ຄວາມກະຈ່າງແຈ້ງທີ່ມີຄວາມຮັບຜິດຊອບແກ່ປະຊາຊົນສອງຊາດ.
|