ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 17:21:59    
ກອງ​ສຳຫຼວດ​ຂົ້ວ​ໂລກ​ເໜືອ​ຂອງ​ນັກ​ສຶກ​ສາ​ກອງ​ທຳ​ອິດ​ຂອງ​ຈີນ​ອອກ​ເດີນ​ທາງ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 28 ກຸມພາ​ນີ້, ກອງ​ສຳຫຼວດຂົ້ວ​​ໂລກ​ເໜືອ​ ​ທີ່​ປະກອບ​ດ້ວຍ​ນັກ​ສຶກສາ​ຈີນ​ກອງ​ທຳ​ອິດໄດ້​ອອກ​ເດີນທາງ​ຈາກ​ປັກ​ກິ່ງ​ໄປ​ເຂດ​ຂົ້ວ​​ໂລກ​ເໜືອ​ເພື່ອ​ດຳ​ເນີນ​ການ​ສຳຫຼວດຄົ້ນຄວ້າ​​ເປັນ​ເວລາ 2 ອາທິດ.

ສະມາຊິກ​ຂອງ​ກອງ​ສຳຫຼວດ​ແມ່ນ​"ທູດ​ຂົ້ວ​​ໂລກ​ເໜືອ" 10 ຄົນ​ທີ່​ຄັດ​ເລືອກ​ຈາກ​ນັກ​ສຶກສາ​ທົ່ວ​ປະ​ເທດ​ຈີນ. ​ເຂົາ​ເຈົ້າຈະ​ໄປ​ຂົ້ວ​​ໂລກ​ເໜືອ​​ເພື່ອດຳ​ເນີນການ​ສຳຫຼວດຄົ້ນຄວ້າ​ໃນ​ຫົວ​ຂໍ້​ທີ່​ຕົນ​​ເອງອອກ​ແບບ, ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງຫຼາຍວິຊາ​ການ​ເຊັ່ນ​ຊີວະ​ສາດ ພູມີສາດ, ​ແລະ​ດິນ​ຟ້າ​ອາກາດ​ເປັນຕົ້ນ. ​ໃນ​ໄລຍະ​ສຳຫຼວດ, ​ເຂົາ​ເຈົ້າຍັງ​ຈະ​ໄປ​ຢ້ຽມຢາມ​ສະຖານີ​ຮວາງ​ເຫີ ​ເຊິ່ງ​ເປັນ​ສະຖານີ​ສຳຫຼວດ​ວິທະ​ຍາສາດ​ຂົ້ວ​ໂລກ​ເໜືອ​ຂອງ​ຈີນ.