ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 18:11:19    
ນາຍົກລັດ​ຖະ​ມົນ​ຕີ​ຈີນ​ພົບ​ປະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 28 ກຸມພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ເດ​ວິດ ມີ​ລີ​ແບນ​ດ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ, ໄດ້​​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພົວພັນ​ສອງ​ຝ່າຍ​ແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ມີ​ລີ​ແດນ​ດ໌ກ່າວ​ວ່າ, ​ໃນ​ການ​ຢ້ຽມຢາມ​​ໃນຫຼາຍມື້​ມາ​ນີ້, ທ່ານ​ໄດ້​ເຫັນ​ຕົວ​ເມືອງຂອງ​ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ຈາກ​ການປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​, ຫວັງ​ວ່າການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ສອງ​ປະ​ເທດ​ຂະຫຍາຍຕົວ.

ວັນ​ທີ 28 ກຸມພາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ມີ​ລີ​ແບນ​ດ໌​ໄດ້​ເຈລະຈາ​ກັບ​ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ. ທ່ານ​ກ່າວ​ວ່າ, ອັງກິດ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ, ບໍ່​ສະໜັບສະໜູນ​​ເຈົ້າໜ້າ​ທີ່ໄຕ້​ຫວັນຈັດການ"​ເອົາປະຊາມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ". ທ່ານ​ກ່າວ​ເນັ້ນວ່າ, ອັງກິດ​ຫວັງ​​​ເພີ່ມ​ທະວີ​ການ​ແລກປ່ຽນ​​ແລະ​ການ​ຮ່ວມ​ມື​ກັບ​ຈີນ, ສະໜັບສະໜູນ​ຈີນ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ສຳ​ເລັດ​ຜົນ.