ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 18:29:34    
ຈີນ​ກ່າວ​ວ່າ​ບໍ່​ຄວນ​ເອົາ​ບັນ​ຫາ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ມາ​ກ່ຽວ​ພັນ​ກັບ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 28 ກຸມພາ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ຕໍ່​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ພາວະ​ວິ​ໃສ​​ແລະ​ມີ​ສະຕິ​ສຳ​ປະຊັນ​ຍະ, ບໍ່​ຄວນ​ນຳ​ເອົາ​ບັນຫາ​ການ​ເມືອງ​ພາຍ​​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ມາ​ກ່ຽວ​ພັນ​ກັບ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.

ເພື່ອ​​ແຂ່ງຂັນ​ກັບ​ທ່ານ​ບຼາກ ຮູ​ເຊ​ນ ​ໂອ​ບາ​ມາ, ທ່ານ​ນາງ​ຮີ​ລາ​ລີ ຄຼິນຕັນ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ຍົກ​ສູງ​ສຽງ​ຕິຕຽນ​ຈີນ. ຕໍ່​ເລື່ອງນີ້, ທ່ານ​ລີ​ວຈ້ຽນຊາວ​ກ່າວ​ວ່າ, ​ເລື່ອງ​ຈິງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ຊາດ.