ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 11:23:40    
ປີ​ກາຍ​ນີ້ ​ເຂດ​ຕິ​ເບດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​1​ລ້ານ​6 ​ແສນ​ເທື່ອ​ຄົນ

cri
ຕາມຂ່າວCRI:ປີ 2007,ວັງ​ບຸດຕະລາ ສວນ​ໂນບູລິນ​ກາ​ແລະ​ຫໍພິພິດທະ​ພັນ​ຕິ​ເບ​ດໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ1 ລ້ານ 6 ​ແສນ​ເທື່ອ​ຄົນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ 2006 ​ເກືອບ 6 ​ແສນ​ເທື່ອ​ຄົນ   ວັນ​ທີ 28 ກຸມພາ​ນີ້,ຢູ່​ທີ່​ເມືອງ​ລາຊາ,ທ່ານ​ຢູດາ​ວາ ຫົວຫນ້າ​ພະ​ແນ​ກວັດຖຸ ບູຮານ​ຂອງ​ເຂດປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ກ່າວ​ວ່າ,ປີ​ກາຍ​,​ບົນ​ພື້ນຖານ​​ທີ່​ຮັບປະ ກັນ​ຄວາມ​ປອດ​ໄພ​ຂອງ​ວັດຖຸບູຮານ, ວັງ​ບຸດຕະລາ​ແລະ​​​ຫົວຫນ່ວຍ​ວັດຖຸ​ບູຮານອື່ນໆໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ໆຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່​ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຫຼັງ​ຈາກ​ທາງ​ລົດ​ໄຟ​ຊິນ​ໄຮ​-ຕິ​ເບ​ດ​​ເປີດ​ການ​ຈໍລະ​ຈອນ.

ວັດ​ບຸດ​ຕະລາ ສວນໂນ​ບູລິນ​ຄາ​ແລະ​ວັດ​ຊັກ​ຢາ​ພວມ​ປະຕິບັດ​ຢ່າງ​ຂະຫນາດ​ໃຫຍ່,​ໂຄງການ​ປະຕິສັງຂອນດັ່ງກ່າວລົງ​ທຶນ​ 330 ລ້ານຢວນຈະ​ສ້າງ​ສຳ​ເລັດ​ພາຍ​ໃນ​ປີ​ນີ້,ວັງ​ບຸດຕະລາ​ແລະ​ສວນ​ໂນ​ບູລິນ​ຄາ​ລ້ວນ​ແຕ່​ແມ່ນມໍລະ​ດົກ​ວັດທະນະທຳ​ໂລກ,ພ້ອມ​ກັນ​ນັ້ນ​ກໍ​ແມ່ນ​ເຄື່ອງຫມາຍ​ຂອງ​ສະຖາປັດຕະຍະກຳບູຮານ​ຂອງ​ເຂດ​ຕິ​ເບ​ດ,ຫໍພິພິດທະພັນ​ຕິ​ເບ​ດມີ​ວັດຖຸບູຮານ​ອັນ​ລ້ຳ​ຄ່າ​ຈຳນວນ​ຫຼວງ​ຫຼາຍ.