ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 16:09:35    
ປີ​ກາຍ​ນີ້​, ປະຊາ​ກອນ​ຜູ້​ທຸກ​ຍາກ​ຂອງ​ຊົນ​ນະ​ບົດ​ຈີນ​ໄດ້​ຫຼຸດ​ລົງ 13 ລ້ານ 7 ​ແສນ​ກວ່າ​ຄົນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 28 ກຸມພາ​ນີ້, ຢູ່​ທີ່​ປັກ​ກິ່ງ, ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ພັດທະນາ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ປີ​ກາຍ​ນີ້​, ປະຊາກອນ​ຜູ້​ທຸກ​ຍາກ​ຂອງ​ຊົນນະບົດ​ຈີນ​ໄດ້ຫຼຸດລົງ 13 ລ້ານ 7 ​ແສນ​ກວ່າ​ຄົນ, ​ແມ່ນ​ປີ​ໜຶ່ງ​ທີ່ຫຼຸດຄວາມທຸກ​ຍາກ​ໄວ​ກວ່າ​ໝູ່​ນັບແຕ່​ປະຕິບັດ​ໂຄງການ​ພັດທະນາ​ເພື່ອ​ຫຼຸດຜ່ອນຄວາມທຸກ​ຍາກຢູ່​ຊົນນະບົດຈີນ​ແຕ່​ປີ 2001​ເຖີງປີ2010.

ປີ​ກາຍ​ນີ້, ນະ​ໂຍບາຍຕ່າງໆ​ກ່ຽວ​ກັບ​ການ​ສະໜັບສະໜູນ​ແລະ​ສ້າງ​ຜົນ​ປະ​ໂຫຍ​ດ​ແກ່​ຊາວ​ກະສິກອນຂອງ​ຈີນ​ໄດ້​ເພີ່ມ​​ຂຶ້ນ​ຕື່ມ​ອີກ, ງົບປະມານ​ເພີ່ມ​ຂຶ້ນຫຼາຍ, ​ໄດ້​ນຳພາ​ເຂດ​ທຸກ​ຍາກ​ພັດທະນາ​ແລະ​ໃຫ້​ຊາວ​ກະສິກອນ​ຜູ້​ທຸກ​ຍາກ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ. ປີ​ກາຍ​ນີ້, ການ​ເງິນ​ສູນ​ກາງ​ໄດ້​​ໃຊ້​ງົບປະມານ 14 ຕື້ 400 ລ້ານ​ຢວນ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່​ມຂຶ້ນຫຼາຍກວ່າ​ປີ 2006 700 ລ້ານຢວນ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ​ກໍ່​ໄດ້​ເພີ່ມ​ງົບປະມານ​ເຂົ້າ​ໃນ​ການ​ພັດທະນາ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ.