ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 17:38:44    
ປີ 2007 ຈີນຜະລິດ​ຖ່ານ​ຫີນ 2 ຕື້ 500 ລ້ານ​ກວ່າ​ໂຕນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,ສະມາຄົມ​ອຸດສາຫະກຳ​ຖ່ານ​​​ຫີນຂອງ​ຈີນ​ລາຍ​ງານ​ວ່າ,ປີ 2007,ປະລິມານ​ຜະລິດ​ຖ່ານ​ຫີນ​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 2 ຕື້ 500 ລ້ານກວ່າ​ໂຕນ.

ສະຖິຕິ​ສະ​​ແດງ​​ໃຫ້​ເຫັນ​ວ່າ,​ໃນ 5 ປີ​ມາ​ນີ້,ອຸດສາຫະກຳ​ຖ່ານ​ຫີນ​ທົ່ວ​ປະ​ເທດຈີນ​ໄດ້​ມີ​ການ​ຂະ​ຫຍາ​ຍຕົວ​ແລະ​ຄວາມ​ກ້າວໜ້າ​ຢ່າງ​ຫຼວງ​ຫຼາຍ.ປະລິມານ​ຜະລິດ​ຖ່ານ​ຫີນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ປະລິມານ​ຜະລິດ​ຖ່ານ​ຫີນ​ໃນ​ທົ່ວ​ປະ​​ເທດຈາກ 1 ຕື້ 400 ລ້ານ​ກວ່າ​ໂຕນ​ໃນ​ປີ 2002 ​ເພີ່ມ​ຂຶ້ນຮອດ 2 ຕື້ 500 ລ້ານ​ກວ່າ​ໂຕນ​ໃນ​ປີ 2007;ສະພາບຄວາມ​ປອດ​ໄພ​ຂອງ​ການ​ຜະລິດໄດ້​ດີ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,ຈຳນວນ​ຄົນ​ຕາຍ​ໃນ​ອຸປະຕິ​ເຫດ​ບໍ່​ຖ່ານ​ຫີນ​ໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ;ຄຸນ​ນະພາ​ບ​ເຮັດ​ວຽກ​ໄດ້​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,​ໂຄງ​ປະກອບ​ອຸດສາຫະກຳ​ໄດ້​ດີ​ຂຶ້ນ​ຕື່ມ.ພ້ອມ​ກັນ​ນັ້ນ,ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ໄວ​ຂຶ້ນຢ່າງ​ເດັ່ນ​ຊັດ,ການ​ຂຸດ​ຄົ້ນ​ບໍ່​ຖ່ານ​ຫີນ​ດ້ວຍກົນຈັກ​ແລະການຄຸ້ມ​ຄອງດ້ວຍ​​ເຕັກນິກຂໍ້​ມູນ​ຂ່າວສານ​ໄດ້​ຖືກ​ເຜີຍ​ແຜ່​ນຳ​ໃຊ້​ຢ່າງ​ກວ້າງຂວາງ.